• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ ອັກເສັບປອດ Covid – 19 ໄດ້ເກີດຂຶ້ນ ແລະ ແຜ່ລະບາດຢູ່ 71 ປະເທດ ແລະ ເຂດແຄ້ວນ

      ໃນສະພາບທີ່ຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນໂລກລະບາດ ອັກເສບປອດ Covid – 19 ຍັງຄົງເພີ່ມຂຶ້ນໃນທົ່ວໂລກ, ວັນທີ 2 ມີນາ ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ບັນດາປະເທດທັງໝົດກະກຽມບັນດາອຸປະກອນການແພດໜູນຊ່ວຍລະບົບຫາຍໃຈ ເພື່ອປິ່ນປົວໃຫ້ແກ່ບັນດາຄົນເຈັບທີ່ຕິດເຊື້ອ Covid – 19 ທີ່ຢູ່ໃນອາການອັນຕະລາຍສຸດ. WHO ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັບຮູ້ໂດຍໄວ, ຄຽງຄູ່ກັນນັ້ນແມ່ນການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານ ແລະ ຄວບຄຸມການແຜ່ລະບາດຂອງ ໂລກພະຍາດ.

(ພາບປະກອບ: ກະຊວງສາທາລະນະສຸກຫວຽດນາມ)
      ໃນຂະນະນັ້ນ, ສະພາບການໂລກລະບາດ ຢູ່ ສ.ເກົາຫຼີ ຍັງຄົງຜັນແປຢ່າງສັບສົນ. ສູນຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນໂລກພະຍາດ ສ.ເກົາຫຼີ (KCDC) ໃຫ້ຮູ້ວ່າ ໄລ່ຮອດຕອນບ່າຍວັນທີ 2 ມີນາ, ສ.ເກົາຫຼີ ໄດ້ຮັບຮູ້ວ່າ ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 4.335 ຄົນ, ໃນນັ້ນມີ26 ຄົນຜູ້ເສຍຊີວິດ.
        ປັດຈຸບັນ, ຍິ່ປຸ່ນ ໄດ້ຮັບຮູ້ວ່າ ມີ ຜູ້ຕິດເຊື້ອ Covid - 19 ກ່ວາ 979 ຄົນ, ໃນນັ້ນ ມີ 700 ຄົນແມ່ນມາຈາກກ່ຳປັ່ນທ່ອງທ່ຽວ Diamond Princess  ເຊິ່ງໄດ້ແຍກຕົວຢູ່ຕ່າງຫາກໃກ້ກັບ ໂຕກຽວ.
        ທີ່ອີຣານ, ຈຳນວນຜູ້ຕິດໄວຣັດ SARS – CoV – 2 ຢູ່ປະເທດນີ້ ມາຮອດປັດຈຸບັນໄດ້ເພີ່ມຂຶ້ນກ່ວາ 1.500 ຄົນ ໃນນັ້ນມີຜູ້ເສຍຊີວິດ 66 ຄົນ.
        ໄລ່ຮອດຕອນຄ່ຳວັນທີ 2 ກຸມພາ, ໃນທົ່ວໂລກໄດ້ມີຜູ້ຕິດເຊື້ອພະຍາດ 89.854 ຄົນ ແລະ ຜູ້ເສຍຊີວິດ 3.069 ຄົນຍ້ອນໂລກລະບາດ Covid – 19. ໂລກລະບາດ ໄດ້ເກີດຂຶ້ນ ແລະ ແຜ່ລະບາດຢູ່ 71 ປະເທດ ແລະ ເຂດແຄ້ວນໃນໂລກ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top