• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດ Covid-19 ໃນວັນທີ 4 ເມສາ: ມີຜູ້ເສຍຊີວິດເກືອບ 60.000 ຄົນ

      ຕາມການສະຖິຕິຈາກ Worldometers ແລ້ວ, ໄລ່ຮອດຕອນເຊົ້າວັນທີ 4 ເມສາ, ໂລກລະບາດ COVID-19  ໄດ້ແຜ່ລະບາດເຖິງ 205 ປະເທດ ແລະ ເຂດແຄ້ວນ ດ້ວຍກໍລະນີຕິດເຊື້ອແມ່ນກວ່າ 1,09 ລ້ານຄົນ ແລະ ເກືອບ 60.000 ຄົນຖືກເສຍຊີວິດ.
ອາເມລິກາ ພວມແມ່ນສະຖານທີ່ໂລກລະບາດ COVID-19 ແຜ່ລະບາດຮ້າຍແຮງກວ່າໝູ່ໃນໂລກ. ພຽງໃນເວລາ 24 ຊົ່ວໂມງ ປະເທດນີ້ ໄດ້ຢັ້ງຢືນວ່າ ກວດພົບກວ່າ 31.000 ກໍລະນີຕິດເຊື້ອຕື່ມອີກ ຍົກຍອດຈຳນວນຜູ້ຕິດເຊື້ອຂຶ້ນເຖິງກວ່າ 276.000 ຄົນ. ອາເມລິກາ ກໍ່ແມ່ນປະເທດມີຜູ້ເສຍຊີວິດຫລາຍສູດໃນ 24 ຊົ່ວໂມງຜ່ານມາ ດ້ວຍຜູ້ເສຍຊີວິດຍ້ອນ COVID-19 ແມ່ນ ກວ່າ 1.314 ຄົນ. ຜ່ານນັ້ນ ຍົກຍອດຈຳນວນຜູ້ເສຍຊີວິດຢູ່ປະເທດນີ້ຂຶ້ນເຖິງ 7.385 ຄົນ.
 ຕໍ່ຫນ້າການຜັນແປຂອງໂລກລະບາດ, ກ່າວຄຳເຫັນທີ່ການຖະແຫລງຂ່າວຂອງຫນ່ວຍສະເພາະກິດສະກັດກັ້ນ COVID-19 ສັງກັດທຳນຽບຂາວ ໄດ້ດຳເນີນໃນວັນທີ 3 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ:
ໂດຍອີງໃສ່ການຄົ້ນຄວ້າຫວ່າງມໍ່ໆມານີ້ ພວກຂ້າພະເຈົ້າເຫັນວ່າ ເລື່ອງ ໄວຣັດ ຕິດແປດຈາກຄົນທີ່ບໍ່ມີອາການພະຍາດຈະແຈ້ງ ໄດ້ເຮັດໃຫ້ເຊື້ອພະຍາດແຜ່ລະບາດຢ່າງວ່ອງໄວ. ສະນັ້ນ CDC ກ່າວເຕືອນ ຕ້ອງອັດປາກດັງດ້ວຍຜ້າທີ່ບໍ່ນຳໃຊ້ໃຫ້ຂະແຫນງການແພດຄືດັ່ງມາດຕະການຫນຶ່ງເພື່ອເພີ່ມເຕີມໃນການປ້ອງກັນ ສະກັດກັ້ນການຕິດແປດ. ປະຊາຊົນໄດ້ຮັບຄຳເຕືອນວ່າ ຄວນນຳໃຊ້ຜ້າອັດປາກອັດດັງທຳມະດາ ເພາະ ຜ້າອັດປາກອັດດັງນຳໃຊ້ໃນການປິ່ນປົວພະຍາດໃຫ້ຄົນເຈັບຫລື ປະຕິບັດການຜ່າຕັດພຽງແຕ່ແມ່ນແພດໝໍ ທ່ານໝໍປິ່ນປົວຄົນເຈັບໂດຍກົງໃຊ້.
                   ຢູ່ ເອີລົບ, ການຜັນໄປຂອງໂລກລະບາດພວມສັບສົນທີ່ສຸດ. ປະຈຸບັນ ອີຕາລີ ແລະ ແອດສະປາຍ ພວມມີປະມານ 120.000  ຄົນຖືກຕິດເຊື້ອ. ອີຕາລີ ແມ່ນປະເທດ ມີຜູ້ເສຍຊີວິດຍ້ອນ COVID-19 ຫລາຍສຸດ ດ້ວຍກວ່າ 14.600 ຄົນ. ຖັດມາ ແມ່ນແອດສະປາຍ ມີ 11.000 ຄົນຖືກເສຍຊີວິດ. ໃນຂະນະນັ້ນ ຝລັ່ງ ແມ່ນ 6.500 ຄົນ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top