ອາສາສະໝັກຜູ້ໜຶ່ງໄຕ້ທຽນ ຢູ່ນະຄອນ Borongan, ຟີລິບປິນ ເພື່ອຕອບສະໜອງເຫດການ ໂມງໜ່ວຍໂລກປີ 2020
ໃນຈຸດເວລາແຫ່ງຄວາມສາມັກຄີທົ່ວໂລກໃນສະພາບເກີດມະຫາໂລກລະບາດ. ພາບ: AFP/VNA
ຢູ່ຫວຽດນາມ, ຕອນຄໍ່າວັນທີ 28 ມີນາ, ຢູ່ຫຼາຍທ້ອງຖິ່ນ ໄດ້ຕັ້ງໜ້າຕອບສະໜອງບັ້ນເຄື່ອນໄຫວ ຊົ່ວໂມງໜ່ວຍໂລກ. ຢູ່ນະຄອນໂຮ່ຈີມິນ, ບັນດາສະຖານທີ່ຄື ສໍານັກງານ, ຄະນະກໍາມະການປະຊາຊົນນະຄອນ, ໂຮງແຮມຫຼາຍແຫ່ງ ແລະ ອາຄານໃຫຍ່ຫຼາຍຊັ້ນ ກໍໄດ້ມອດໄຟເພື່ອຕອບສະໜອງ. ສ່ວນຢູ່ແຂວງກອນຕຸມ, ແຕ່ເວລາ 20ໂມງ 30 ນາທີ ຫາ 21 ໂມງ 30 ນາທີ, ລະບົບໄຟເຍືອງທາງຢູ່ທຸກໆບ່ອນກໍໄດ້ມອດ ເພື່ອຕອບສະໜອງເຫດການນີ້. ທ່ານໂດ໋ວັນຢາບ, ຮອງຜູ້ອໍານວຍການບໍລິສັດໄຟຟ້າ ກອນຕຸມ ໃຫ້ຮູ້ວ່່າ:
“ດ້ວຍການຜັນແປທີ່ສັບສົນຂອງໂຄວິດ - 19, ດ້ວຍຈິດໃຈເພື່ອສຸຂະພາບຂອງວົງຄະນະຍາດ, ທາງບໍລິສັດໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາສື່ສານດ້ວຍຮູບການທາງອອນລາຍ, ໂທລະພາບ, ສື່ສັງຄົມ... ພິເສດ, ບໍ່ຈັດຕັ້ງເຫດການທີ່ເຕົ້າໂຮມຫຼາຍຄົນ”.
(ແຫຼ່ງຄັດຈາກ VOV)