ໃນວັນທີ 1 ທັນວາ 2017 ທີ່ນະຄອນຫລວງວຽງຈັນ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໄດ້ຮັບສານອວຍພອນວັນຊາດ ຈາກ ທ່ານ ຫງວຽນ ຝູ ຈ໋ອງ ເລຂາ ທິການໃຫ່ຍ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ ເຈີ່ນ ດ້າຍ ກວາງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ທ່ານ ຫງວຽນ ຊັວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ທ່ານ ຫງວຽນ ທິ ກິມເງິນ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.
ເນື້ອໃນສານລະບຸວ່າ: ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດແຫ່ງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຄົບຮອບ 42 ປີ, ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດ ນາມ, ລັດ, ສະພາແຫ່ງຊາດ, ລັດຖະບານ, ປະຊາຊົນຫວຽດນາມ ແລະ ໃນນາມສ່ວນຕົວ, ພວກຂ້າພະ ເຈົ້າຂໍຝາກຄຳອວຍພອນອັນປະເສີດທີ່ສຸດ ມາຍັງຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ລັດ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມາຍັງບັນ ດາສະຫາຍ ແລະ ປະຊາຊົນລາວບັນດາເຜົ່າອ້າຍນ້ອງທຸກທົ່ວໜ້າ.
ພວກຂ້າພະເຈົ້າສຸດທີ່ດີອົກດີໃຈຫລາຍ ທີ່ເຫັນວ່າຕະຫລອດໄລຍະ 42 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ, ດ້ວຍນໍ້າໃຈຮັກຊາດອັນດູດດື່ມ ແລະ ມູນເຊື້ອການປະຕິວັດ ອັນອົງອາດກ້າແກ່ນ, ປະຊາຊົນລາວບັນດາເຜົ່າອ້າຍນ້ອງ ຈຶ່ງສາມາດຍາດມາໄດ້ໄຊຊະນະອັນໃຫຍ່ຫລວງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມີຄວາມສະຫງົບ, ມີຄວາມສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການເຕີບໃຫຍ່ຂະຫຍາຍ ຕົວຢ່າງໄວວາ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ.
ພວກຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນຈິງໃຈ ມາຍັງປະຊາຊົນລາວບັນດາເຜົ່າອ້າຍນ້ອງ ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ທີ່ມີສະຫາຍ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ນຳພາຈະສືບຕໍ່ຍາດມາໄດ້ ຜົນສຳເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນການປະຕິບັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ VIII (ໄລຍະ 2016-2020) ຢ່າງມີໄຊ ປະສົບຜົນສຳເລັດໃນການສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.
ພວກຂ້າພະເຈົ້າກໍ່ສຸດທີ່ດີອົກດີໃຈ ທີ່ເຫັນວ່າໃນໄລຍະຜ່ານ, ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຊື່ສັດບໍລິສຸດ, ສະໜິດສະໜົມ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ, ໂດຍມີປະທານ ໂຮ່ຈິມິງ, ປະທານໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ, ພ້ອມກັບບັນດາລຸ້ນການນຳ, ປະຊາຊົນສອງຊາດຮ່ວມກັນເພີ່ມພູມຄູນສ້າງ ເສີມຂະຫຍາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບມີປະສິດທິຜົນ ແລະ ແທດເໝາະຕົວຈິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງສອງປະເທດພວກເຮົາ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ທີ່ຈະຮ່ວມກັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າອ້າຍນ້ອງ ຕັດສິນໃຈຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ, ເພື່ອສັນ ຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຂອງພາກພື້ນ ແລະ ຂອງໂລກ.
ພວກຂ້າພະເຈົ້າເຊື່ອໝັ້ນຢ່າງຍິ່ງວ່າ ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2017 ທີ່ມີຄວາມໝາຍສຳຄັນຍິ່ງ ເພື່ອສະເຫລີມສະຫລອງສອງ ວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ ຄົບຮອບ 40 ປີ ຈະເປັນຂີດໝາຍສະແດງໃຫ້ເຫັນເຖິງຄວາມໃກ້ຊິດຕິດແທດ, ສາຍພົວພັນມິດຕະພາບອັນບໍລິສຸດຜຸດຜ່ອງ ແລະ ການພົວພັນຮ່ວມມືຮອບດ້ານ ຕະຫລອດໄລຍະເສັ້ນທາງ ພັດທະນາອັນສະຫງ່າລາສີຂອງສອງຊາດ ຫວຽດນາມ-ລາວ. ສາຍພົວພັນສາມັກຄີພິເສດຫວຽດນາມ-ລາວ ຈະສືບຕໍ່ໄດ້ຮັບການປົກປັກຮັກສາ ແລະ ພັດທະນາຢ່າງແຂງແຮງ ຈາກປະຊາຊົນລຸ້ນຕໍ່ໆ ໄປຂອງສອງປະເທດ ບົນເສັ້ນທາງກ້າວໄປສູ່ຄວາມສີວິໄລ ແລະ ຄວາມຜາສຸກ ເພື່ອສ້າງສັງຄົມນິຍົມຢ່າງສຳເລັດຜົນຢູ່ແຕ່ປະເທດ.
ໃນໂອກາດ ອັນສະຫງ່າລາສີ, ຕາງໜ້າໃຫ້ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະ ຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄູນຢ່າງເລິກເຊິ່ງ ມາຍັງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າທີ່ໄດ້ໃຫ້ການ ສະໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ຫລວງ, ມີປະສິດທິຜົນ ແລະ ລໍ້າຄ່າແກ່ປະຊາຊົນຫວຽດນາມ ໃນຕະຫລອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍ່ຄື ໃນພາລະກິດ ກໍ່ສ້າງ ແລະ ພັດທະນາປະເທດຊາດໃນປັດຈຸບັນ.
ຂໍອວຍພອນ ໃຫ້ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ຈົ່ງສວຍສົດງົດງາມ ໝັ້ນຄົງທະໜົງແກ່ນ ຕະຫລອດກາລະນານ. ອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ໄດ້ຮັບຜົນສຳເລັດໃໝ່ໃຫຍ່ຫລວງກວາເກົ່າ ໃນໜ້າທີ່ອັນສູງສົ່ງຂອງຕົນ.
ໃນໂອກາດດັ່ງກ່າວ, ທ່ານ ຟ້າມ ບິ່ງ ມິງ ກຳມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ກໍ່ສົ່ງສານອາຍພອນວັນຊາດເຖິງທ່ານ ສະເຫລີມໄຊ ກົມມະສິດ ກຳມະການສູນກາງພັກປະຊາຊົນ ປະຕິວັດລາວ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
(ແຫຼ່ງຄັດຈາກ VOV)