• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄສະນາຄວາມມຸ່ງຫວັງຂອງປະຊາຊົນ, ກຳນົດທິດຫາງສຽງສັງຄົມ

ຕອນບ່າຍວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ໂຄສະນາປີ 2017, ຈຸດສຸມຂອງວຽກງານສົມທົບໃນປີ 2018 ລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມກັບການນຳບັນດາອົງການການເມືອງ-ສັງຄົມຂັ້ນສູນກາງ

ທ່ານ ເຈີນແທງເມີ້ນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈີນແທງເມີ້ນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ສະເໜີວ່າ ໃນໄລຍະທີ່ຈະມາເຖິງ, ວຽກງານໂຄສະນາຄວນສ້າງເຈດຈຳນົງເປັນເອກະພາບໃນການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ. ພ້ອມກັນນັ້ນ ກໍສົມທົບກັນໂຄສະນາໂຄງການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ ເພື່ອປະຕິບັດວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ການຟຸມເຟື່ອຍໄລຍະ 2018-2020. ທ່ານ ເຈີນແທງເມີ້ນ ກ່າວວ່າ : 

    “ ໂຄສະນາກະກຽມໃຫ້ແກ່ກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມຂັ້ນຕ່າງໆ, ໂຄສະນາ, ກວດກາ, ຊັບຊ້ອນກົງຈັກພະນັກງານຕາມເນື້ອໃນຈິດໃຈມະຕິສູນກາງພັກຄັ້ງທີ 6 ຂອງພັກ ກ່ຽວກັບ “ ບາງບັນຫາປ່ຽນແປງໃໝ່ຊັບຊ້ອນກົງຈັກລະບົບການເມືອງກະທັດລັດ, ມີປະສິດທິຜົນ. ມະຕິ ເລກທີ 18 ຂອງກອງປະຊຸມສູນກາງພັກຄັ້ງທີ 6 ມີຕອນສັງເກດວ່າ : ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມີປະກົດການຫັນເປັນການບໍລິຫານ ” ນີ້ແມ່ນບັນຫາປີ 2018 ຕ້ອງປະຕິບັດເພື່ອຈຳກັດປະກົດການດັ່ງກ່າວ, ພ້ອມທັງຊັບຊ້ອນກົງຈັກໃຫ້ກະທັດລັດຕາມຈິດໃຈມະຕິເລກທີ 18 ຂອງກອງປະຊຸມສູນກາງພັກຄັ້ງທີ 6 ”

(ແຫຼ່ງຄັດຈາກ VOV)

 

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top