• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຜ່ນດິນໄຫວຢູ່ໄຕຫວັນ(ຈີນ)ເຮັດໃຫ້116ຄົນເສຍຊີວິດ

(ເຫດ​ແຜ່ນ​ດິນ​ໄຫວ ຢູ່​ນະຄອນ ທ໋າຍໜານ)
          ການ​ເຄື່ອນ​ໄຫວຊອກ​ຫາ​ບັນດາ​ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ເຫດ​ແຜ່ນ​ດິນ​ໄຫວທີ່​ມີ​ຄວາມ​ແຮງ 6,7 ອົງສາ richter ​ຢູ່​ນະຄອນ ທ໋າຍໜານ ​ຂຶ້ນ​ກັບ​ ​ໄຕ​ຫວັນ (ຈີນ) ​ໃນ​ອາທິ​ດກ່ອນ, ​ໄດ້​​ຢຸດຕິ​ໃນ​ວັນ​ທີ 13/02 ພາຍຫລັງ​ຊອກ​ໄດ້ຈຳນວນຜູ້​ຫາຍ​ສາບ​ສູນ​ທັງ​ໝົດ​ໄດ້​. ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ດັ່ງກ່າວ ​ແມ່ນ 116 ຄົນ. ຕາມຕົວ​ເລກ​ສະຖິຕິ​ໃໝ່​ສຸດ ​ໃນ​ຈຳນວນ​ຜູ້​ເສຍ​ຊີ​ວິ​ດນັ້ນມີ 114 ຄົນ​ຢູ່ຕຶກອາຄານ 17 ຊັ້ນ​. ນອກ​ນັ້ນ​ມີ 289 ຄົນໄດ້ຮັບ​ການ​ກູ້​​ເອົາ​ຊີວິດ. ຢູ່ ​ໄຕຫວັນ ​ເຄີຍ​ເກີດ​ເຫດ​ແຜ່ນ​ດິນ​ໄຫວ, ​ແຕ່​ສ່ວນ​ຫລາຍ​ມີ​ຄວາມ​​ແຮງໜ້ອຍ.
(ແຫຼ່ງຄັດຈາກ VOV)

GDP 6 ເດືອນ​ຕົ້ນ​ປີ 2026 ເພີ່ມ​ຂຶ້ນ​ເກືອບ 8,2%

GDP 6 ເດືອນ​ຕົ້ນ​ປີ 2026 ເພີ່ມ​ຂຶ້ນ​ເກືອບ 8,2%

ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ທີ່​ຍາກ​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​ຂ​ອງ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ, ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ຮັກ​ສາ​ທ່າ​ເຕີບ​ໂຕ​ໄດ້​ຢ່າງ​ຕັ້ງ​ໜ້າ ຍ້ອນ​ມີ​ການ​ບໍ​ລິ​ຫານ​ຢ່າງ​ຂ້ຽວ​ຂາດ​ຂອງ​ລັດ​ຖະ​ບານ ພ້ອມ​ດ້ວຍ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຢ່າງ​ຄົບ​ຊຸດ.

Top