ຕອນບ່າຍວັນທີ 04 ມິຖຸນາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບສຳພາດຂອງນັກຂ່າວຕໍ່ເລື່ອງ ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ສະເໜີຈັດວາງພາສີເພີ່ມເຕີມສຳລັບສິນຄ້າທີ່ມາຈາກ 60 ພື້ນຖານເສດຖະກິດຕື່ມອີກ, ໃນນັ້ນມີ ຫວຽດນາມ, ບົນພື້ນຖານຂໍ້ສະຫຼຸດບວ່າ ບັນດາພື້ນຖານເສດຖະກິດນີ້ຍັງບໍ່ທັນປະກາດໃຊ້ ຫຼື ປະຕິບັດບັນດາມາດຕະການສະກັດກັ້ນການນຳເຂົ້າສິນຄ້າທີ່ໄດ້ຜະລິດດ້ວຍການນຳໃຊ້ແຮງງານແບບບັງຄັບຢ່າງມີປະສິດທິຜົນ ແລະ ຜ່ານນັ້ນກີດຂວາງການຄ້າ ອາເມລິກາ, ທ່ານນາງ ຟາມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ໃຫ້ຮູ້ວ່າ:
“ສະຫຼຸດການສຳຫຼວດກ່ຽວກັບບັນດາການກະທຳໃຊ້ແຮງງານແບບບັງຄັບຂອງອົງການຕາງໜ້າດ້ານການຄ້າ ອາເມລິກາ ແມ່ນບໍ່ສ່ອງແສງຖືກຕ້ອງຕົວຈິງ ແລະ ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປ້ອງກັນ, ຫຼຸດຜ່ອນການໃຊ້ແຮງງານແບບບັງຄັບ, ເຄົາລົບບັນດາຂໍ້ກຳນົດຂອງອົງການແຮງງານສາກົນຢ່າງເຂັ້ມງວດ, ຂອງບັນດາສັນຍາການຄ້າເສລີ ແລະ ແຜນນະໂຍບາຍນີ້ໄດ້ກຳນົດຢ່າງລະອຽດໃນບັນດາເອກະສານດ້ານກົດໝາຍ, ໃນບັນດາໂຄງການ, ແຜນການກະທຳຂອງລັດຖະບານ ແລະ ໄດ້ຮັບປະກັນປະຕິບັດໃນຕົວຈິງ”.
ບົນຈິດໃຈນັ້ນ, ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ແລກປ່ຽນ, ເຮັດວຽກກັບຝ່າຍ ອາເມລິກາ ບົນຈິດໃຈສ້າງສັນ, ຮ່ວມມື ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນທີ່ຍັງມີຢູ່ ບົນພື້ນຖານບັນດາຄຳໝັ້ນສັນຍາດ້ານການຄ້າ 2 ຝ່າຍ ກໍຄືຫຼາຍຝ່າຍຂອງແຕ່ລະຝ່າຍ, ພ້ອມກັນນັ້ນ, ຍາມໃດກໍ່ມານະພະຍາຍາມປົກປ້ອງສິດ, ຜົນປະໂຫຍດຖືກຕາມກົດໝາຍ, ຊອບທຳຂອງຜູ້ອອກແຮງງານ ແລະ ບັນດາວິສາຫະກິດ.






