• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍບົດບັນທຶກຊ່ວຍຈຳດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ຟີລິບປີນ ໃຫ້ມີປະສິດທິຜົນ

ທ່ານພົນເອກ ຟານວັນຢາງ ຕີລາຄາສູງໝາກຜົນການຮ່ວມມືທີ່ນັບມື້ນັບເລິກເຊິ່ງ, ກວ້າງຂວາງລະຫວ່າງ 2 ປະເທດ, ໂດຍສະເພາະແມ່ນດ້ານການເມືອງ - ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ
  ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ທ່ານ​ພົນ​ເອກ ຫງວຽນ​ເຕິນ​ເກືອງ, ​ຫົວ​ໜ້າເສ​ນາ​ທິ​ການ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ທ່ານ​ພົນ​ເອກ Romeo Brawner Junior ຫົວ​ໜ້າເສ​ນາ​ທິ​ການ​ໃຫຍ່​ກຳ​ລັງ​ປະ​ກອບ​ອາ​ວຸດ ຟີ​ລິບ​ປິນ (ພາບ: baoquocte.vn)  

ຕອນ​ບ່າຍ​ວັນ​ທີ 03 ມິ​ຖຸ​ນາ, ຢູ່ ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ​ພົນ​ເອກ Romeo Brawner Junior, ຫົວ​ໜ້າເສ​ນາ​ທິ​ການ​ໃຫຍ່​ກຳ​ລັງ​ປະ​ກອບ​ອາ​ວຸດ ຟີ​ລິບ​ປິນ, ທີ່​ພວມ​ຢ້ຽມ​ຢາມ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ການ​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວ​າງ​ລະ​ຫວ່າງ 2 ປະ​ເທດ, ໂດຍ​ສະ​ເພາະ​ແມ່ນ​ດ້ານ​ການ​ເມືອງ - ການ​ທູດ, ການ​ປ້ອງ​ກັນ​ຊາດ, ປ້​ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ - ການ​ຄ້າ, ສົມ​ທົບ​ກັນ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ.

ສ່ວນ​ທ່ານ​ພົນ​ເອກ Romeo Brawner Junior ໄດ້​ແຈ້ງ​ໃຫ້​ທ່ານ​ພົນ​ເອກ ຟານ​ວັນ​ຢາງ ຊາບ​ກ່ຽວ​ກັບ​ໝາກ​ຜົນ​ການ​ໂອ້​ລົມ​ສົນ​ທະ​ນາ​ກ່ອນນັ້ນ​ກັບ​ທ່ານ​ພົນ​ເອກ ຫງວຽນ​ເຕິນ​ເກືອງ, ​ຫົວ​ໜ້າເສ​ນາ​ທິ​ການ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ. ທ່ານ​ພົນ​ເອກ Romeo Brawner Junior ເນັ້ນ​ໜັກ​ວ່າ ເລື່ອງ 2 ປະ​ເທດ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈ​ຳ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ແມ່ນ​ພື້ນ​ຖານ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດນີ້.

ບົນ​ພື້ນ​ຖານ​ໝາກ​ຜົນ​ຂອງ​ການ​ໂອ້​ລົ​ມ​ສົນ​ທະ​ນາ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ ຢືນ​ຢັນ​ວ່າ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຍາມ​ໃດ​ກໍ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ກອງ​ທັບ 2 ປະ​ເທດ​ເພີ່ມ​ທະ​ວ​ີ​ການ​ຮ່ວມ​ມື.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີລາວ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີລາວ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 3 ແຕ່ວັນທີ 07 – 09 ມິຖຸນາ 2026.

Top