ທ່ານພົນເອກ ຟານວັນຢາງ ຕີລາຄາສູງໝາກຜົນການຮ່ວມມືທີ່ນັບມື້ນັບເລິກເຊິ່ງ, ກວ້າງຂວາງລະຫວ່າງ 2 ປະເທດ, ໂດຍສະເພາະແມ່ນດ້ານການເມືອງ - ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ
ທີ່ການໂອ້ລົມສົນທະນາລະຫວ່າງທ່ານພົນເອກ ຫງວຽນເຕິນເກືອງ, ຫົວໜ້າເສນາທິການກອງທັບປະຊາຊົນ ຫວຽດນາມ ທ່ານພົນເອກ Romeo Brawner Junior ຫົວໜ້າເສນາທິການໃຫຍ່ກຳລັງປະກອບອາວຸດ ຟີລິບປິນ (ພາບ: baoquocte.vn)
ຕອນບ່າຍວັນທີ 03 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານພົນເອກ Romeo Brawner Junior, ຫົວໜ້າເສນາທິການໃຫຍ່ກຳລັງປະກອບອາວຸດ ຟີລິບປິນ, ທີ່ພວມຢ້ຽມຢາມ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຕີລາຄາສູງໝາກຜົນການຮ່ວມມືທີ່ນັບມື້ນັບເລິກເຊິ່ງ, ກວ້າງຂວາງລະຫວ່າງ 2 ປະເທດ, ໂດຍສະເພາະແມ່ນດ້ານການເມືອງ - ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ສົມທົບກັນສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.
ສ່ວນທ່ານພົນເອກ Romeo Brawner Junior ໄດ້ແຈ້ງໃຫ້ທ່ານພົນເອກ ຟານວັນຢາງ ຊາບກ່ຽວກັບໝາກຜົນການໂອ້ລົມສົນທະນາກ່ອນນັ້ນກັບທ່ານພົນເອກ ຫງວຽນເຕິນເກືອງ, ຫົວໜ້າເສນາທິການກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ. ທ່ານພົນເອກ Romeo Brawner Junior ເນັ້ນໜັກວ່າ ເລື່ອງ 2 ປະເທດລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືດ້ານປ້ອງກັນຊາດ ແມ່ນພື້ນຖານເພື່ອເພີ່ມທະວີການຮ່ວມມືໃນຂົງເຂດນີ້.
ບົນພື້ນຖານໝາກຜົນຂອງການໂອ້ລົມສົນທະນາ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ກອງທັບ 2 ປະເທດເພີ່ມທະວີການຮ່ວມມື.