• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຈ້ງການພິເສດກ່ຽວກັບເລື່ອງທ່ານປະທານປະເທດ ສສ ຫວຽດນາມ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ

ໃນຕະຫຼອດວິວັດການເຄື່ອນໄຫວ, ປະຕິບັດງານ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ມີການປະກອບສ່ວນຕໍ່ພາລະກິດການປະຕິວັດອັນສະຫງ່າລາສີຂອງພັກ ແລະ ຂອງຊາດ. 

ວັນທີ 23 ກັນຍາ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ສສ ຫວຽດນາມ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ແຈ້ງຂ່າວ ທ່ານ ເຈິ່ນດ້າຍກວາງ, ກຳມະການກົມການເມືອງ, ປະທານປະເທດ ສສ ຫວຽດນາມ ພາຍຫຼັງທີ່ເປັນພະຍາດຮ້າຍແຮງ, ເຖິງວ່າພັກ, ລັດ, ບັນດາສາດສະດາຈານ, ແພດໝໍໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດແລ້ວ, ແຕ່ກໍ່ບໍ່ສາມາດກູ້ເອົາຊີວິດລອດມາໄດ້, ທ່ານສິ້ນລົມຫາຍໃຈໃນເວລາ 10 ໂມງ 05 ນາທີຂອງວັນທີ 21 ກັນຍາ 2018 ຢູ່ໂຮງໝໍສູນກາງກອງທັບ 108.

        ໃນຕະຫຼອດວິວັດການເຄື່ອນໄຫວ, ປະຕິບັດງານ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ມີການປະກອບສ່ວນຕໍ່ພາລະກິດການປະຕິວັດອັນສະຫງ່າລາສີຂອງພັກ ແລະ ຂອງຊາດ. ທ່ານໄດ້ຮັບຫຼຽນກາ, ຫຼຽນໄຊອັນມີຄ່າຫຼາຍຫຼຽນ, ຫຼຽນກາອາຍຸພັກ 35 ປີຈາກພັກ, ລັດ. ທ່ານໄດ້ຈາກໄປແມ່ນຄວາມສູນເສຍຢ່າງໃຫຍ່ຫຼວງຕໍ່ກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

        ເພື່ອຈາລຶກບຸນຄຸນຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ສສ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຕົກລົງເຫັນດີຈັດຕັ້ງພິທີງານສົບລະດັບຊາດໃຫ້ທ່ານປະທານປະເທດ ເຈິ່ນດ້າຍກວາງ.

        ພິທີໄວ້ອາໄລ ທ່ານປະທານປະເທດ ເຈິ່ນດ້າຍກວາງ ຈະເລີ່ມແຕ່ເວລາ 7 ໂມງ 00 ນາທີຂອງວັນທີ 26 ກັນຍາ 2018, ຢູ່ຫໍທຳພິທີງານສົບລະດັບຊາດເລກທີ 5 ຖະໜົນເຈິ່ນແທ໊ງຕົງ, ຮ່າໂນ້ຍ. ພິທີໄວ້ອາໄລຈະໄດ້ຈັດຂຶ້ນໃນເວລາ 7 ໂມງ 30 ນາທີຂອງວັນທີ 27 ກັນຍາ 2018 ຢູ່ຫໍທຳພິທີງານສົບລະດັບຊາດ. ພິທີປົງສົບຈະໄດ້ຈັດຂຶ້ນແຕ່ເວລາ 15 ໂມງ 30 ນາທີຂອງວັນດຽວກັນຢູ່ສຸສານເມືອງ ກິມເຊີນ, ແຂວງ ນີງບີ່ງ.

        ໃນສອງວັນໄວ້ທຸກລະດັບຊາດ (ວັນທີ 26 – 27 ກັນຍາ 2018), ບັນດາອົງການ, ສຳນັກງານ, ສະຖານທີ່ສາທາລະນະຈະຕ້ອງຊັກທຸງລົງເຄິ່ງເສົາ ແລະ ບໍ່ໄດ້ຈັດຕັ້ງການເຄື່ອນໄຫວລະຫຼິ້ນບັນເທິງຕ່າງໆ.

(​ແຫຼ່ງຄັດ​ຈາກ VOV)


ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ພາຍຫຼັງທີ່ຂ່າວກ່ຽວກັບການໂອ້ລົມທາງໂທລະສັບລະຫວ່າງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກັບ ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ດຳເນີນໃນຕອນຄ່ຳວັນທີ 2 ກໍລະກົດ ໄດ້ປະກາດນັ້ນ, ປະຊາຄົມວິສາຫະກິດ ແລະ ວົງການນັກຊ່ຽວຊານໄດ້ຕັ້ງຄວາມຫວັງຕໍ່ບັນດາສັນຍານອັນຕັ້ງໜ້າໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.

Top