• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງຢາລາຍ - ຈຸດເດັ່ນກ່ຽວກັບການອອກບັດປະຈຳຕົວແບບໃຫມ່ຢູ່ເຂດໄຕງວຽນ

ຕຳຫລວດແຂວງຢາລາຍໄດ້ແລະພວມຮີບເຮັ່ງຜັນຂະຍາຍການອອກບັດປະຈຳຕົວແບບໃຫມ່ຕິດຊິບເອເລັກໂຕນິກຄວາມຄຶບນ້າບັລຸຕາມແຜນການທີ່ວາງອອກໃນ 5 ແຂວງຢູ່ໄຕງວຽນ (ກອນຕູມຢາລາຍດັກລັກດັກນົງເລີມດົ່ງ), ແຂວງຢາລາຍປະຈຸບັນຈັດອັນດັບທີສອງຖັດຈາກແຂວງດັກລັກກ່ຽວກັບຄວາມຄຶບນ້າໃນການອອກບັດປະຈຳຕົວພົນລະເມືອງ.

ຮູບພາບບ່ອນເຮັດບັດປະຈຳຕົວຢູ່ ແຂວງ ຢາລາຍ

ແຂວງ ຢາລາຍ ເລີ່ມຕົ້ນຜັນຂະຫຍາຍການອອກບັດປະຈຳຕົວພົນລະເມືອງຕິດຊິບເອເລັກໂຕນິກໃຫ້ແກ່ປະຊາຊົນ ນັບແຕ່ວັນທີ 1 ມັງກອນ ປີ 2021. ຮອດກາງເດືອນ ເມສາ ປີ 2021 ມີ 18 ຫົວຫນ່ວຍຂຶ້ນກັບຕຳຫລວດ ແຂວງ ຢາລາຍ ໄດ້ປະຕິບັດສຳເລັດລະບຽບການອອກບັດປະຈຳຕົວພົນລະເມືອງໃຫ້ແກ່ປະຊາຊົນເກືອບ 500.000 ຄົນ. ພັນເອກ ຫງວຽນງອກເຊີນ ຮອງຫົວຫນ້າຕຳຫລວດແຂວງ ຢາລາຍ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າແບ່ງໂມງເຮັດວຽກທັງວັນແລະຄືນຫົວຫນ່ວຍໃດເຮັດໄວທີ່ສຸດແມ່ນຮອດ 12 ໂມງກາງຄືນ ແຕ່ປົກກະຕິແມ່ນຮອດ ໂມງ ຫລື ໂມງເຊົ້າຈຶ່ງສຳເລັດ.ສຳລັບເຂດຫ່າງໄກສອກຫລີກເຂດຊົນເຜົ່າສ່ວນຫນ້ອຍ ພວກຂ້າພະເຈົ້າໄດ້ຈັດສົ່ງພະນັກງານເຄື່ອງຈັກພາຫະນະໄປເຮັດຢູ່ກັບທີ່ສຳລັບຜູ້ເຖົ້າຜູ້ແກ່ຄົນພິການຜູ້ຢູ່ໂດດດ່ຽວ ບໍ່ສາມາດໄປບ່ອນເຮັດບັດ ພວກຂ້າພະເຈົ້າກໍ່ໄປເຖິງເຮືອນເພື່ອເຮັດບັດປະຈຳຕົວໃຫ້ເຂົາເຈົ້າສະເລ່ຍ ມື້ຫນຶ່ງແຂວງ ຢາລາຍ ລື່ນກາຍຄາດໝາຍວາງອອກແຕ່ 130 -160%”

ນອກຈາກບັນດາບ່ອນອອກບັດປະຈຳຕົວຢູ່ກັບທີ່ໃນບັນດາເມືອງ ເທດສະບານ, ນະຄອນ ແລ້ວ, ກຳລັງສະເພາະກິດຍັງຈັດຕັ້ງບັນດາຈຸດເຄື່ອນທີ່ຢູ່ຄຸ້ມບ້ານ, ບ້ານ ທັງສ້າງຄວາມສະດວກໃຫ້ແກ່ປະຊາຊົນ ທັງຍູ້ໄວຄວາມຄືບຫນ້າການຜັນຂະຫຍາຍ. ລຸງ ກະໂຊອຸງ(Ksor Wung) ຊາວບ້ານ ດຸບ ຕາແສງ ຮ່າເບົ່າ ເມືອງ ດັກດວາ ເລົ່າສູ່ຟັງວ່າ:

ຕຳຫລວດ ມີຄວາມເອົາໃຈໃສ່ເຖິງປະຊາຊົນເຂົາເຈົ້າແຈ້ງເວລາສະຖານທີ່ກ່ອນມາເຮັດບັດຕຳຫລວດ ຕາແສງເຮັດບັດປະຈຳຕົວພົນລະເມືອງຕະຫລອດ 24 ຊົ່ວໂມງຕຳຫລວດພະນັກງານລັດສ້າງເງື່ອນໄຂສະດວກຊ່ວຍເຫລືອໃຫ້ປະຊາຊົນໃນການເຮັດບັດປະຈຳຕົວ”.

ຊາວຊົນເຜົ່າ ມາເຮັດບັດປະຈຳຕົວ

ເມືອງ ດັກດວາ ແມ່ນຫນຶ່ງໃນບັນດາທ້ອງຖິ່ນນຳຫນ້າໃນວິວັດການອອກບັດປະຈຳຕົວພົນລະເມືອງຕິດຊິບເອເລັກໂຕນິກຢູ່ແຂວງ ຢາລາຍ. ສະເລ່ຍແຕ່ລະມື້ ເຄື່ອງຈັກອອກບັດປະຈຳຕົວພົນລະເມືອງ ຢູ່ບັນດາບໍລິເວນຂອງແຂວງ ຢາລາຍ ສາມາດເຮັດສຳເນົາເອກະສານສຳເລັດ 1.000 ຊຸດ, ຢູ່ ເມືອງ ດັກດວາ, ບາງມື້ເຮັດສະເນົາເອກະສານສຳເລັດ 1.400 ຊຸດ.

ບາງກໍລະນີ ຂໍ້ມູນບໍ່ຖືກ, ບໍ່ຄົບ ລ້ວນແຕ່ໄດ້ຮັບການແນະນຳເພີ່ມເຕີມ, ຕອບຄຳຖາມ,ແປງຂໍ້ມູນຢ່າງທັນການຈາກຕຳຫລວດແຂວງ ຢາລາຍ.  ບາງບ່ອນອອກບັດປະຈຳຕົວ ຍັງຕິດຕັ້ງ Wifi ເພື່ອໃຫ້ປະຊາຊົນໃຊ້ອິນເຕີເນັດ; ພ້ອມທັງໂຄສະນາການປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19, ກົດໝາຍວ່າດ້ວຍຄວາມປອດໄພການຈໍລະຈອນ, ຈັດຕັ້ງລາຍການສະແດງສິລະປະ, ສາຍຟີມຮູບເງົາເພື່ອໃຫ້ປະຊາຊົນບໍ່ຮູ້ສຶກອິດເມື່ອຍເບື່ອຫນ່າຍເວລາລໍຖ້າເຮັດບັດປະຈຳຕົວ. ທ່ານອີຫຽວຮອງປະທານຄະນະກຳມະການປະຊາຊົນຕາແສງຮ່າເບົ່າເມືອງດັກດວາໃຫ້ຮູ້ວ່າ:

“ໄລຍະທຳອິດຂອງການເຮັດບັດປະຈຳຕົວ ປະຊາຊົນປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ເຖິງຢ່າງໃດກໍຕາມ ດ້ວຍຄວາມມານະພະຍາຍາມ ແລະ ການສົມທົບຂອງບັນດາຄະນະຂະແຫນງການອົງການຈັດຕັ້ງມະຫາຊົນ, ຕຳຫລວດໄດ້ໂຄສະນາໃຫ້ພໍ່ແມ່ປະຊາຊົນ ສະນັ້ນ ປະຊາຊົນໃນຕາແສງໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ມື້ຫນຶ່ງ ເຮັດໄດ້ ຈຳນວນ 700- 800 ບັດ”

 

ໄລຍະຈະມາເຖິງ, ບັນດາຫົວຫນ່ວຍເຮັດບັດປະຈຳຕົວພົນລະເມືອງຢູ່ແຂວງຢາລາຍຈະຍົກສະມັດຕະພາບຂຶ້ນ, ເພີ່ມທະວີບັນດາກຸ່ມເຮັດບັດເຄື່ອນທີ່ລົງເຖິງບັນດາເຂດຊົນເຜົ່າສ່ວນຫນ້ອຍ, ເຂດຫ່າງໄກສອກຫລີກ. ແຂວງຢາລາຍມີຈຳນວນພົນລະເມືອງກວ່າ 1 ລ້ານຄົນຕ້ອງເຮັດບັດປະຈຳຕົວແບບໃຫມ່. ຕາມແຜນການຮອດເດືອນມີຖຸນາປີ 2021 ແຂວງຢາລາຍຈະປະຕິບັດສຳເລັດການອອກບັດປະຈຳຕົວໃຫ້ພົນລະເມືອງ, ປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດສຳເລັດຄາດໝາຍອອກບັດປະຈຳຕົວຕິດຊິບເອເລັກໂຕນິກ 50 ລ້ານບັດໃຫ້ພົນລະເມືອງກ່ອນວັນທີ 1 ກໍລະກົດປີ 2021.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top