• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງບິ່ງເຟຶອກກຳແໜ້ນກາລະໂອກາດ, ເສີມຂະຫຍາຍທ່າແຮງເພື່ອພັດທະນາ

      ຕອນເຊົ້າວັນທີ 8 ກໍລະກົດ,ຢູ່ແຂວງບິ່ງເຟືອກ ທ່ານນາງຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມບິ່ງເຟຶອກຄັ້ງທີ 12, ສະພາປະຊາຊົນຊຸດທີ IX.

ທ່ານນາງຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)
      ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດໄດ້ຕັກເຕືອນແຂວງບິ່ງເຟຶອກວ່າ ເມື່ອດຳເນີນການກຳນົດ ແຫຼ່ງຊັບພະຍາກອນມະນຸດທີ່ເປັນ ຜູ້ແທນເຄື່ອນໄຫວວຽກງານສະເພາະກິດນັ້ນ, ຕ້ອງຮັບປະກັນລັກສະນະປະຊາທິປະໄຕ, ເປີດເຜີຍ, ສຸມໃສ່ເລືອກເອົາຜູ້ທີ່ມີປະສົບການຕົວຈິງ, ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ, ມີຄວາມສາມາດຢ່າງພຽງພໍເພື່ອເປັນຕົວແທນໃຫ້ແກ່ເຈັບຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ທ່ານນາງກ່າວວ່າ:
        ແຂວງບິ່ງເຟຶອກຕ້ອງສຸມໃສ່ເພື່ອຍາດແຍ່ງກາລະໂອກາດ, ເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນ ທີ່ນອນໃນເຂດເສດຖະກິດຈຸດສຸມທາງທິດຕາເວັນອອກພາກໃຕ້, ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງແຮງ, ດຳເນີນທຸລະກິດຢ່າງສະດວກ, ໂປງໃສ, ເປີດເຜີຍ ແລະ ສະເໝີພາບ, ປະຕິບັດວຽກງານປ່ອຍເງິນລົງທຶນພາກລັດໃຫ້ເປັນຢ່າງດີ. ຂ້າພະເຈົ້າສະເໜີໃຫ້ຄະນະກຳມະການປະຊາຊົນແຂວງປະຕິບັດໜ້າທີ່ນີ້ໃຫ້ເປັນຢ່າງດີ ແລະ ສະພາປະຊາຊົນຕ້ອງຕິດຕາມກວດກາເພື່ອຊຸກຍູ້ປ່ອຍເງິນລົງທຶນພາກລັດໂດຍໄວ, ຍົກອອກມາດຕະການໜູນຊ່ວຍການພັດທະນາບັນດາຮູບແບບວິສາຫະກິດທີ່ມີຄວາມສາມາດເຕີບໂຕໄວໃນບໍລິເວນແຂວງ, ບັນດາວິສາຫະກິດທີ່ໄດ້ລົງທຶນ, ພວມລົງທຶນ ແລະ ເປີດກ້ວາງການລົງທຶນເພື່ອຮັບສະແສເງິນລົງທຶນໃໝ່ເຂົ້າບໍລິເວນແຂວງ.
            ພາຍຫຼັງເຂົ້າຮ່ວມພິທີໄຂກອງປະຊຸມຄັ້ງທີ 12, ສະພາປະຊາຊົນ ແຂວງບິ່ງເຟືອກຊຸດທີ IX, ໃນຕອນເຊົ້າວັນທີ 8 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໄດ້ມີການເຮັດວຽກກັບການນຳແຂວງບິ່ງເຟຶອກ. ທີ່ການເຮັດວຽກ, ທ່ານນາງປະທານສະພາແຫ່ງຊາດໄດ້ສະເໜີໃຫ້ທາງແຂວງບິ່ງເຟຶອກປະຕິບັດບັນດາກົນໄກ, ນະໂຍບາຍຢ່າງຄົບຊຸດ ແລະ ມີປະສິດທິຜົນ, ເປັນຕົ້ນແມ່ນກ່ຽວກັບພາສີອາກອນ, ເງິນຕາ, ການໜູນຊ່ວຍສັງຄົມເພື່ອໜູນຊ່ວຍປະຊາຊົນ, ວິສາຫະກິດ, ຜູ້ອອກແຮງງານ, ເປັນຕົ້ນແມ່ນບັນດາວິສາຫະກິດຂະໜາດນ້ອຍ ແລະ ທັງຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດ Covid – 19 ເພື່ອ ຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມໂດຍໄວ.
 (ແຫຼ່ງຄັດຈາກ VOV)
 

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top