• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງກວາງບີ່ງອາໄລຫາ, ສະແດງຄວາມຮູ້ບຸນຄຸນພະນັກງານ, ນັກຮົບເສຍສະຫຼະຊີວິດຢູ່ຖຳ້ແລ່ນຮ່າ


ການທູບທຽນອາໄລຫາບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ຖຳ້ແລ່ນຮ່າ
(ພາບ: ສຳນັກຂ່າວສານ ຫວຽດນາມ)
      ຕອນ​ຄຳ່​ວັນ​ທີ 3/7, ຢູ່​ຖ້ຳ​ແລ່ນ​ຮ່າ, ຕາ​ແສງ ​ແທງ​ຮ໋ວາ, ​ເມືອງ​ຕວຽນ​ຮ໋ວາ, ​ແຂວງ ກວາງ​ບີ່​ງ ​ໄດ້​ສົມທົບ​ກັບ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ​ໂທລະ​ພາບ ຫວຽດນາມ ​ແລະ ກອງ​ບັນຊາ​ການຕິດ​ຕໍ່​ສື່ສານຈັດ​ຕັ້ງ​ພິທີ​ອາ​ໄລ​ຫາ, ຕອບ​ບຸນ​ແທນ​ຄຸນ​ພະນັກງານ, ນັກຮົບ​ 13 ຄົນ​ທີ່​ເສຍສະຫຼະ​ຊີວິດ​ໃນ​ວັນ​ທີ 2/7/1972 ຢູ່​ຖຳ້ ​ແລ່ນ​ຮ່າ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ອາ​ໄລ​ຫາ, ທ່ານ ຫງວຽນ​ຫື​ວຮ່ວາຍ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ບີ່​ງ, ຢັ້ງຢືນ​ວ່າ:
        “ພິທີ​ອາ​ໄລ​ຫາ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 3/7 ນັ້ນແມ່ນ​ກາ​ນ​ສຳນຶກ​ກ່ຽວ​ກັບ​ໄລ​ຍະ​ທີ່​ລຳບາກ​ກາກ​ກຳ, ຄວາມອົງ​ອາດ​ກ້າຫານ ​ແລະ ການ​ເສຍສະຫຼະ​ຊີວິດວິລະ​ຊົນ, ປິດ​ລັບ​ຂອງ​ພະນັກງານ, ນັກຮົບ​ປ້ອມ A69 ​ໃນ​ຊຸມ​ເດືອນ​ປີ​ສົງຄາມ​ທີ່​ດຸ​ເດືອດ, ສະ​ແດງ​ໃຫ້​ເຫັນ​ຫຼັກ​ສິນ​ທຳ​ທີ່​ວ່າ “ກິນ​ເຂົ້າຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນຳ້”  ຄວາມ​ຮູ້​ບຸນຄຸນ​ຢ່າງ​​ເລິກ​​ເຊິ່ງຂອງ​ອົງຄະ​ນະ​ພັກ, ກອງທັບ ​ແລະ ປະຊາຊົນ​ແຂວງ ກວາງ​ບີ່​ງ ທີ່​ມີ​ຕໍ່​ບັນດາ​ນັກວິລະ​ຊົນ, ລູກສິດ​ຜູ້ດີ​ເດັ່ນ​ຂອງ​ປະ​ເທດ​ຊາດ​ທີ່​ໄດ້​ເສຍສະຫຼະ​ຊີວິດ​​ເພື່ອ​ເອກະ​ລາດ, ​ເອກະ​ພາບ​ຂອງ​ປະ​ເທດ​ຊາດ.”
        ປ້ອມ A69 ຕັ້ງ​ທັບ​ຢູ່​ຖ້ຳ ​ແລ່​ນຮ່າ ມີໜ້າ​ທີ່​ຮັບປະກັນ​ຂໍ້​ມູນ​ຂ່າວສານ​ຈາກ ຮ່າ​ໂນ້ຍ ຮອດ​ເສັ້ນທາງ​ເລກ 9 - ພາກ​ໃຕ້​ລາວ. ນີ້​ແມ່ນ​ບ່ອນ​ສະ​ສົມ​ອາວຸດ, ທັນ​ຍາ​ຫານ…​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ສະໜາມຮົບ​ພາກ​ໃຕ້.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top