• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ : ຍູ້​ໄວ​ການ​ຈັດ​ແບ່ງ, ປ່ອຍ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ

ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ບັນ​ດາ​ກະ​ຊວງ, ສຳ​ນັກ​ງານ ແລະ ທ້ອງ​ຖິ່ນ​ຕີ​ລາ​​ຄາຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ບັດ​ນາ​ເປົ້າ​ໝາຍ​ເຕີບ​ໂຕ​ເພື່ອ​ມີ​ມາດ​ຕະ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ຮັບ​ປະ​ກັນ​ເປົ້າ​ໝາຍ​ຮັກ​ສາ​ການ ຄວບ​ຄຸມ​ໄພ​ເງິນ​ເຟີ​ເປັນ​ປົກ​ກະ​ຕິ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ເປັນ​ປະ​ທານກອງ​ປະ​ຊຸມລັດ​ຖະ​ບານ ປະ​ຈຳ​ເດືອນກ​ໍ​ລະ​ກົດ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 3 ສິງ​ຫາ, ຢູ່​ສຳ​ນັກ​ງາ​ນ​ລັດ​ຖະ​ບານ (ຮ່າ​ໂນ້ຍ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ເປັນ​ປະ​ທານກອງ​ປະ​ຊຸມລັດ​ຖະ​ບານ ປະ​ຈຳ​ເດືອນກ​ໍ​ລະ​ກົດ, ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ: ສະ​ພາບ​ການ​ເສດ​ຖະ​ກິດ ສັງ​ຄົມ​ເດືອນ ກໍ​ລະ​ກົດ, 7 ເດືອນ​ຕົ້ນ​ປີ 2026, ສະ​ພາບ​ການ​ຈັດ​ແບ່ງ, ປ່ອຍ​ເງິນ​ລົງ​ທຶນ​ພາກ​ສາ​ທາ​ລະ​ນະ, ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ.

ຢູ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິ​ງ​ຮຶງ ເນັ້ນ​ໜັກ​ວ່າ​ໃນ​ສະ​ພາບ​ການ​ພາກ​ພື້ນ ແລະ ສາ​ກົນ​ປັດ​ຈຸ​ບັນ, ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ປະ​ເສີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້​າ​ທາຍຫຼາຍ​ຢ່າງ. ດັ່ງ​ນັ້ນ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ້ອງ​ສຸມ​ໃສ່​​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ກະ​ກຽມ​ເນື້ອ​ໃນ​ຢ່າງ​ລະ​ອຽ​ດ​ໃຫ້​ແກ່ ຮ່າງ​ກົດ​ໝາຍ, ມະ​ຕິ 24 ສະ​ບັບ ​ຢູ່ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລິກ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ປະ​ມານ ຮ່າງ​ກົດ​ໝາຍ, ມະ​ຕິ40 ສະ​ບັບ ​ຢູ່ກອງ​ປະ​ຊຸມ​ທ້າຍ​ປີ​ຂອງ​ສະ​ພາ​ແຫ່ງ​ຊາດ.

ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ ແລະ ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ບັນ​ດາ​ກະ​ຊວງ, ສຳ​ນັກ​ງານ ແລະ ທ້ອງ​ຖິ່ນ​ຕີ​ລາ​​ຄາຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ບັດ​ນາ​ເປົ້າ​ໝາຍ​ເຕີບ​ໂຕ​ເພື່ອ​ມີ​ມາດ​ຕະ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ຮັບ​ປະ​ກັນ​ເປົ້າ​ໝາຍ​ຮັກ​ສາ​ການ ຄວບ​ຄຸມ​ໄພ​ເງິນ​ເຟີ​ເປັນ​ປົກ​ກະ​ຕິ.

ຍູ້​ໄວ​ການ​ຈັດ​ແບ່ງ, ປ່ອຍ​ເງິນ​ລົງ​ທຶນ​ພາ​ກ​ສາ​ທາລະ​ນະ. ສະ​ເໜີ​ບັນ​ດາ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮັບ​ຜິດ​ຊອບ​ຂົງ​ເຂດ, ບັນ​ດາ​ກະ​ຊວງ​ຊີ້​ນຳ​ໂດຍ​ກົງ​ການ​ປ່ອຍ​ເງິນ​ລົງ​ທຶນ​ສ​າ​ທາ​ລະ​ນະ, ຊຸກ​ຍູ້​ບັນ​ດາ​ທ້ອງ​ຖິ່ນ​ແກ້​ໄຂ​ບັນ​ດາ​ໂຄງ​ການ​ຕາມ​ທິດ​ນຳ​ໂຄງ​ການ​ເຂົ້າສູ່​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຢ່າງ​ລະ​ອຽດ, ຮັບ​ປະ​ກັນ​ການ​ປ່ອຍ​ເງິນ​ລົງ​ທຶນ 100%ຕາມ​ແຜນ​ການ.

(ແຫຼ່ງຄັດຈາກ VOV)

ສ້າງ​ກົນ​ໄກພິ​ເສດ​ເພື່ອ​ແກ້​ໄຂ​ການ​ລະ​ເມີດ​ກົດ​ໝາຍ​ກ່ຽວ​ກັບ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ

ສ້າງ​ກົນ​ໄກພິ​ເສດ​ເພື່ອ​ແກ້​ໄຂ​ການ​ລະ​ເມີດ​ກົດ​ໝາຍ​ກ່ຽວ​ກັບ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ

ຕອນ​ເຊົ້າ​ວັນ​ທີ 3 ສິງ​ຫາ, ພາຍຫຼັງ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່​ງ​ຊາດ​ໄດ້​ຮັບ​ຟັງ​ໃບ​ສະ​ເໜີ, ບົດ​ລາຍ​ງານ​ຕີ​ລາ​ຄາ​ຕໍ່​ຮ່າງ​ກົດ​ໝາຍ ແລະ ຮ່າງ​ມະ​ຕິບາງ​ສະ​ບັບຂອງ​ສະ​ພາ​ແຫ່​ງ​ຊາດ.

Top