• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ກົນ​ໄກພິ​ເສດ​ເພື່ອ​ແກ້​ໄຂ​ການ​ລະ​ເມີດ​ກົດ​ໝາຍ​ກ່ຽວ​ກັບ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ

ຕອນ​ເຊົ້າ​ວັນ​ທີ 3 ສິງ​ຫາ, ພາຍຫຼັງ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່​ງ​ຊາດ​ໄດ້​ຮັບ​ຟັງ​ໃບ​ສະ​ເໜີ, ບົດ​ລາຍ​ງານ​ຕີ​ລາ​ຄາ​ຕໍ່​ຮ່າງ​ກົດ​ໝາຍ ແລະ ຮ່າງ​ມະ​ຕິບາງ​ສະ​ບັບຂອງ​ສະ​ພາ​ແຫ່​ງ​ຊາດ.
  (ພາບປະກອບ: VNA)  

ໃນ​ນັ້ນ, ສຳ​ລັບ​ໃບ​ສະ​ເໜີ​ຮ່າງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ເພື່ອ​ແກ້​ໄຂ​ການ​ລະ​ເມີດ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ເສດ​ຖະ​ກິດ​ແຫ່ງ​ລັດ, ເສດ​ຖະ​ກິດ​ພາກເອ​ກະ​ຊົນ ແລະ ກ​ານໝູນ​ໃຊ້​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ການຫັນ​ເປັນ​ດີ​ຈີ​ຕອນ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ ຫວຽດ​ນາມ ເລືອງ​ຕາມກວາງ ໃຫ້​ຮູ້​ວ່າ ມະ​ຕິ​ສ້າງ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳ​ປົກ​ປ້ອງ​ພະ​ນັກ​ງານ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ, ປະ​ດິດ​ຄິດ​ສ້າງ, ກ້າ​ຄິດ​ກ້າ​ທຳ​ເພື່ອ​ຜົນ​ປະ​ໂຫຍດ​ໂດຍ​ລວມ, ບໍ່​ສໍ້​ລາດ​ບັງຫຼວງ, ຟຸມ​ເຟືອບ, ໄພ​ຫຍໍ້​ທໍ້, ຮັບ​ປະ​ກັນ​ຄວາມ​ເຂັ້ມງວດ​ຂອງ​ກົດ​ໝາ​ຍ, ບໍ່​ມີ​ເຂດ​ຫ້າມ, ບໍ່​ມີ​ກໍ​ລະ​ນີ​ຍົກ​ເວັ້ນ, ຖືກ​​ຕາມ​ເປົ້າ​ໝາຍ, ຖືກ​ຕາມ​ການ​ລະ​ເມີດ, ສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳມະ​ນຸດ, ການ​ອະ​ໄພ​ໂທດ​ຂອງ​ພັກ, ລັດ.

ທີ​່​ໜຶ່ງ, ບໍ່ລົງ​ໂທດ​ດຳ​ເນີນ​ຄະ​ດີ​ຮັບ​ຜິ​ດ​ຊອບ​ທາງອາ​ຍາ, ທີ​ສອງ​ຍົກ​ເວັ້ນ​ຄວາມ​ຮັບ​ຜິດ​ຊອບ​ທາງອາ​ຍາ​ຕໍ່​ຜູ້​ປະ​ສົບຄວາມ​ສ່ຽງ,ຜົນ​ເສຍ​ຫາຍ​ໂດຍ​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັ​ນ​ເປັນ​ດີ​ຈີ​ຕອນ; ທີ​ສາມ​ໂຈະ​ການ​ດຳ​ເນີນ​ຄະ​ດີ​ຮັບ​ຜິດ​ຊອບ​ທາງ​ອ​າ​ຍາ ແລະ ທີ​ສີ່, ຍົກ​ເວັ້ນ​ຄວາມ​ຮັບ​ຜິດ​ຊອບ​ທາງ​ແພງ. ສຳ​ລັບ​ແຕ່​ລະ​ນະ​ໂຍ​ບາຍ​ທາງ​ອາ​ຍາ, ມະ​ຕິ​ກຳ​ນົດ​ບັນ​ດາ​ເງື່ອນ​ໄຂ​ລະ​ອຽດ​ເພື່ອ​ໝູນ​ໃຊ້.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ : ຍູ້​ໄວ​ການ​ຈັດ​ແບ່ງ, ປ່ອຍ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ : ຍູ້​ໄວ​ການ​ຈັດ​ແບ່ງ, ປ່ອຍ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ

ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ບັນ​ດາ​ກະ​ຊວງ, ສຳ​ນັກ​ງານ ແລະ ທ້ອງ​ຖິ່ນ​ຕີ​ລາ​​ຄາຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ບັດ​ນາ​ເປົ້າ​ໝາຍ​ເຕີບ​ໂຕ​ເພື່ອ​ມີ​ມາດ​ຕະ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ຮັບ​ປະ​ກັນ​ເປົ້າ​ໝາຍ​ຮັກ​ສາ​ການ ຄວບ​ຄຸມ​ໄພ​ເງິນ​ເຟີ​ເປັນ​ປົກ​ກະ​ຕິ.

Top