ຕອນເຊົ້າວັນທີ 3 ສິງຫາ, ພາຍຫຼັງພິທີໄຂກອງປະຊຸມວິສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດໄດ້ຮັບຟັງໃບສະເໜີ, ບົດລາຍງານຕີລາຄາຕໍ່ຮ່າງກົດໝາຍ ແລະ ຮ່າງມະຕິບາງສະບັບຂອງສະພາແຫ່ງຊາດ.
ໃນນັ້ນ, ສຳລັບໃບສະເໜີຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບກົນໄກ, ນະໂຍບາຍພິເສດເພື່ອແກ້ໄຂການລະເມີດກົດໝາຍທີ່ກ່ຽວຂ້ອງເຖິງເສດຖະກິດແຫ່ງລັດ, ເສດຖະກິດພາກເອກະຊົນ ແລະ ການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເລືອງຕາມກວາງ ໃຫ້ຮູ້ວ່າ ມະຕິສ້າງພື້ນຖານດ້ານນິຕິກຳປົກປ້ອງພະນັກງານທີ່ມີຄວາມຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ກ້າຄິດກ້າທຳເພື່ອຜົນປະໂຫຍດໂດຍລວມ, ບໍ່ສໍ້ລາດບັງຫຼວງ, ຟຸມເຟືອບ, ໄພຫຍໍ້ທໍ້, ຮັບປະກັນຄວາມເຂັ້ມງວດຂອງກົດໝາຍ, ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ, ຖືກຕາມເປົ້າໝາຍ, ຖືກຕາມການລະເມີດ, ສະແດງໃຫ້ເຫັນວັດທະນະທຳມະນຸດ, ການອະໄພໂທດຂອງພັກ, ລັດ.
ທີ່ໜຶ່ງ, ບໍ່ລົງໂທດດຳເນີນຄະດີຮັບຜິດຊອບທາງອາຍາ, ທີສອງຍົກເວັ້ນຄວາມຮັບຜິດຊອບທາງອາຍາຕໍ່ຜູ້ປະສົບຄວາມສ່ຽງ,ຜົນເສຍຫາຍໂດຍການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ; ທີສາມໂຈະການດຳເນີນຄະດີຮັບຜິດຊອບທາງອາຍາ ແລະ ທີສີ່, ຍົກເວັ້ນຄວາມຮັບຜິດຊອບທາງແພງ. ສຳລັບແຕ່ລະນະໂຍບາຍທາງອາຍາ, ມະຕິກຳນົດບັນດາເງື່ອນໄຂລະອຽດເພື່ອໝູນໃຊ້.
(ແຫຼ່ງຄັດຈາກ VOV)