ທ່ານນາຍົກລັດຖະມົນຕີ ສະເໜີບັນດາກະຊວງ, ສຳນັກງານ ແລະ ທ້ອງຖິ່ນຕີລາຄາຄວາມສາມາດໃນການປະຕິບັດບັດນາເປົ້າໝາຍເຕີບໂຕເພື່ອມີມາດຕະການຢ່າງມີປະສິດທິຜົນ, ພ້ອມທັງຮັບປະກັນເປົ້າໝາຍຮັກສາການ ຄວບຄຸມໄພເງິນເຟີເປັນປົກກະຕິ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ເປັນປະທານກອງປະຊຸມລັດຖະບານ ປະຈຳເດືອນກໍລະກົດ (ພາບ: VNA)
ຕອນບ່າຍວັນທີ 3 ສິງຫາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ເປັນປະທານກອງປະຊຸມລັດຖະບານ ປະຈຳເດືອນກໍລະກົດ, ກ່ຽວກັບບັນດາເນື້ອໃນ: ສະພາບການເສດຖະກິດ ສັງຄົມເດືອນ ກໍລະກົດ, 7 ເດືອນຕົ້ນປີ 2026, ສະພາບການຈັດແບ່ງ, ປ່ອຍເງິນລົງທຶນພາກສາທາລະນະ, ສະພາບການຜັນຂະຫຍາຍບັນດາໂຄງການເປົ້າໝາຍແຫ່ງຊາດ.
ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າໃນສະພາບການພາກພື້ນ ແລະ ສາກົນປັດຈຸບັນ, ເສດຖະກິດ ຫວຽດນາມ ສືບຕໍ່ປະເສີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ດັ່ງນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງສຸມໃສ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ກະກຽມເນື້ອໃນຢ່າງລະອຽດໃຫ້ແກ່ ຮ່າງກົດໝາຍ, ມະຕິ 24 ສະບັບ ຢູ່ກອງປະຊຸມວິສາມັນຄັ້ງປະຖົມມະເລິກຂອງສະພາແຫ່ງຊາດ ແລະ ປະມານ ຮ່າງກົດໝາຍ, ມະຕິ40 ສະບັບ ຢູ່ກອງປະຊຸມທ້າຍປີຂອງສະພາແຫ່ງຊາດ.
ກ່ຽວກັບການຊຸກຍູ້ການເຕີບໂຕ ແລະ ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ທ່ານນາຍົກລັດຖະມົນຕີ ສະເໜີບັນດາກະຊວງ, ສຳນັກງານ ແລະ ທ້ອງຖິ່ນຕີລາຄາຄວາມສາມາດໃນການປະຕິບັດບັດນາເປົ້າໝາຍເຕີບໂຕເພື່ອມີມາດຕະການຢ່າງມີປະສິດທິຜົນ, ພ້ອມທັງຮັບປະກັນເປົ້າໝາຍຮັກສາການ ຄວບຄຸມໄພເງິນເຟີເປັນປົກກະຕິ.
ຍູ້ໄວການຈັດແບ່ງ, ປ່ອຍເງິນລົງທຶນພາກສາທາລະນະ. ສະເໜີບັນດາຮອງນາຍົກລັດຖະມົນຕີ ຮັບຜິດຊອບຂົງເຂດ, ບັນດາກະຊວງຊີ້ນຳໂດຍກົງການປ່ອຍເງິນລົງທຶນສາທາລະນະ, ຊຸກຍູ້ບັນດາທ້ອງຖິ່ນແກ້ໄຂບັນດາໂຄງການຕາມທິດນຳໂຄງການເຂົ້າສູ່ການຜັນຂະຫຍາຍປະຕິບັດຢ່າງລະອຽດ, ຮັບປະກັນການປ່ອຍເງິນລົງທຶນ 100%ຕາມແຜນການ.