• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງກວາງນາມຮັບປະກັນຄວາມປອດໄພໃຫ້ບັນດາການເຄື່ອນໄຫວຂອງ APEC 2017

ຄະ​ນ​ະ​ປະ​ຕ​ິ​ບັດ​ງານ​ຂອງ​ກະ​ຊວງ​ຕຳ​ຫຼວດ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງກວາງ​ນາມ
(ພາບ: TTXVN)
           ຕອນ​ບ່າຍ​ວັນ​ທີ 14/02, ຢູ່​ນະ​ຄອນ ໂຮ້ຍ​ອານ, ແຂວງກວາງ​ນາມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫຼວດຫວຽດ​ນາມ ບຸຍ​ວັນ​ນາມ, ຫົວ​ໜ້າອະ​ນຸ​ກຳ​ມະ​ການ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ອາ​ຊ​ີ - ປາ​ຊີ​ຟິກ (APEC) 2017, ​ຄະ​ນ​ະ​ປະ​ຕ​ິ​ບັດ​ງານ​ຂອງ​ກະ​ຊວງ​ຕຳ​ຫຼວດ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງກວາງ​ນາມ ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​, ຄວາມ​ເປັນ​ລະ​ບຽ​ບ​ຮຽ​ບ​ຮ້ອຍ​ຕໍ່ບັນ​ດາ​ການ​ເຄື່ອນ​ໄຫ​ວ​ຂອງ APEC 2017 ​ທີ່ຖືກ​ດຳ​ເນີນຢ​ູ່​ໂຮ້ຍ​ອານ. ຕາມ​ແຜນ​ການ​ແລ້ວ, ປີ APEC 2017 ຄາດ​ວ່າ​ຈະ​ມີ 3 ເຫດ​ການ, ກອງ​ປະ​ຊຸມ​ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໂຮ້ຍ​ອານ. ​ພາຍ​ຫຼັງ​ສິ້ນ​ສຸດ​ບັນ​ດ​າ​ເຫດ​ການ APEC 2017 ຢູ່ໂຮ້ຍ​ອານ ຈະ​ແມ່ນ​ສັບ​ປະ​ດາ​​ຂັ້ນ​ສູງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ມຸກ​ລັດ​​ພື້ນ​ຖານ​ເສດ​ຖະ​ກິດ​ຢູ່​ດ່ານັ້ງ. ສະ​ນັ້ນ, ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບ​ຽບ​ຮຽ​ບ​ຮ້ອຍ​ບັນ​ດາ​ເຫດ​ການ APEC 2017 ຢູ່​ກວາງ​ນາມ ແມ່ນ​ປະ​ຖົມ​ປັດ​ໃຈ​ໃຫ້​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ສັບ​ປະ​ດາ​ຂັ້ນ​ສູງ APEC 2017. ທ່ານ ຫງວຽນ​ວັນ​ເຊີນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ້ຍ​ອານ, ແຂວງກວາງ​ນາມ, ໃຫ້​ຮູ້​ວ່າ.
        “ສຳ​ລັບ APEC, ໂຮ້ຍ​ອານ ໄດ້​ພ້ອມ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງວັດ​ທະ​ນະ​ທຳ​, ກິ​ລາ ແລະ ທ່ອງ​ທ່ຽວ ໄດ້​ມີ​ແຜນ​ການ​ລະ​ອຽດ​ແລ້ວ. ນັບ​ແຕ່ນີ້​ຮອດ​ເວ​ລາ​ດຳ​ເນີນ, ວຽກ​ງານ​ກະ​ກຽມ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ. ກ່ອນ​ອື່ນ​ໝົດ​ແມ່ນ​ສຸມ​ໃສ່​ Festival ຄັ້ງ​ທີ 6 ເຊິ່ງ​ຈ​ະ​ດຳ​ເນີນ​ໃນ​ເດືອນ 06/2017 ນີ້​ກ່ອນ. ຫຼັງ​ຈາກນັ້ນ, ພວກ​ຂ້າ​ພະ​ເຈົ້າ​​ຈຶ່ງຈ​ະ​​ທຸ້ມ​ເຫື່ອ​ເທ​ແຮງ​ໃສ່ APEC.”
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top