• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ ດ້ຽນບຽນ ກະກຽມພິທີໄຂປີທ່ອງທ່ຽວແຫ່ງຊາດ ແລະ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຟູ

ມາຮອດຈຸດເວລານີ້, ແຂວງ ດ້ຽນບຽນ ໄດ້ກະກຽມຢ່າງລອບຄອບທີ່ຖ້ວນໃຫ້ແກ່ເຫດການ, ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມບັນດາເຂດທັດສະນີຍະພາບ; ຈຸດຄວາມງາມດ້ານວັດທະນະທຳຂອງ 19 ຊົນເຜົ່າ
ພິທີໄຂປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ 2024 ຈະຈັດຂຶ້ນໃນຕອນຄຳວັນທີ 16 ມີນາ (ພາບປະກອບ: ຫວູເລີຍ)

 ພິທີໄຂປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ 2024 ດ້ວຍຫົວຂໍ້ “ດ້ຽນບຽນຟູ ທີ່ສະຫງ່າລາສີ - ເຄື່ອນໄຫວບໍ່ມີວັນສິນສຸດ”, ຈະຈັດຂຶ້ນໃນຕອນຄຳວັນທີ 16 ມີນາ. ນີ້ແມ່ນເຫດການລະດັບຊາດ, ຕິດພັນກັບພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຟູ (07 ພຶດສະພາ 1954 – 07 ພຶດສະພາ 2024). ມາຮອດຈຸດເວລານີ້, ແຂວງ ດ້ຽນບຽນ ໄດ້ກະກຽມຢ່າງລອບຄອບທີ່ຖ້ວນໃຫ້ແກ່ເຫດການ, ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມບັນດາເຂດທັດສະນີຍະພາບ; ຈຸດຄວາມງາມດ້ານວັດທະນະທຳຂອງ 19 ຊົນເຜົ່າ, ກໍຄືຢ້ຽມຊົມ, ຊອກຮູ້ກ່ຽວກັບເຂດປູຊະນີຍະສະຖານປະຫວັດສາດຂອງສະໜາມຮົບ ດ້ຽນບຽນຟູ ແຫ່ງປະຫວັດສາດ.

ບັນດາການເຄື່ອນໄຫວພົ້ນເດັ່ນຢູ່ແຂວງ ດ້ຽນບຽນ, ລວມມີ: ພິທີໄຂປີທ່ອງທ່ຽວແຫ່ງຊາດ ດ້ຽນບຽນ 2024 ຕິດພັນກັບງານບຸນດອກບານ; ການເຄື່ອນໄຫວກ່ຽວກັບການສົ່ງເສີມການຄ້າເຂດ ໄຕບັກ ດ້ຽນບຽນ 2024 ແລະ ບັນດາການເຄື່ອນໄຫວໄດ້ຈັດຂຶ້ນນັບແຕ່ຕົ້ນປີ.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top