• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວສາກົນເມື່ອມາຫວຽດນາມຕ້ອງປະຕິບັດຕາມລະບຽບກົດໝາຍຂອງຫວຽດນາມ

      ຫວຽດນາມຍິນດີຕ້ອນຮັບແຂກທ່ອງທ່ຽວຢູ່ທົ່ວທຸກແຫ່ງໃນໂລກທີ່ເຂົ້າມາຫວຽດນາມ. ເຖິງຢ່າງໃດກໍຕາມ, ແຂກທ່ອງທ່ຽວເມື່ອມາຫວຽດນາມຕ້ອງປະຕິບັດຕາມທຸກຂໍ້ກຳນົດກົດໝາຍຂອງຫວຽດນາມ.

ທ່ານຫົວໜ້າກົມໃຫຍ່ການທ່ອງທ່ຽວຫວຽດນາມ ຫງວຽນວັນຕ໋ວນ 
(ພາບ: nguoitieudung.vn)
      ກ່ຽວຂ້ອງເຖິງເລື່ອງແຂກທ່ອງທ່ຽວຈີນຢູ່ແຂວງຍາຈາງ, ປະເທດຫວຽດນາມ ໄດ້ນຸ່ງເສື້ອທີ່ພິມແຜນທີ່ຈີນເປັນຮູບລີ້ນງົວ ເມື່ອມາແຈ້ງເຂົ້າເມືອງຫວຽດນາມ, ວັນທີ 15 ພຶດສະພາ, ເມື່ອແລກປ່ຽນກັບສື່ມວນຊົນ, ທ່ານຫົວໜ້າກົມໃຫຍ່ການທ່ອງທ່ຽວຫວຽດນາມ ຫງວຽນວັນຕ໋ວນ ໃຫ້ຮູ້ວ່າ: ຫວຽດນາມຍິນດີຕ້ອນຮັບແຂກທ່ອງທ່ຽວຢູ່ທົ່ວທຸກແຫ່ງໃນໂລກທີ່ເຂົ້າມາຫວຽດນາມ. ເຖິງຢ່າງໃດກໍຕາມ, ແຂກທ່ອງທ່ຽວເມື່ອມາຫວຽດນາມຕ້ອງປະຕິບັດຕາມທຸກຂໍ້ກຳນົດກົດໝາຍຂອງຫວຽດນາມ. ບັນດາທ້ອງຖິ່ນ ເມື່ອຮັບແຂກຕ່າງປະເທດ ຕ້ອງເຜີຍແຜ່ໃຫ້ແຂກທ່ອງທ່ຽວ, ບັນດາບໍລິສັດທ່ອງທ່ຽວປະຕິບັດບັນດາຂໍ້ກຳນົດໃຫ້ເປັນຢ່າງດີ. ຄຽງຄູ່ກັນນັ້ນ, ບັນດາທ້ອງຖິ່ນກໍຕ້ອງຊີ້ນຳບໍລິສັດທ່ອງທ່ຽວສາກົນທີ່ພາແຂກເຂົ້າມາຫວຽດນາມ, ບັນດາບໍລິສັດທ່ອງທ່ຽວຫວຽດນາມ ເມື່ອຕ້ອນຮັບແຂກສາກົນ, ໃນນັ້ນມີແຂກຈີນເຂົ້າມາຫວຽດນາມ ຕ້ອງປະຕິບັດຕາມຂໍ້ກຳນົດນີ້.  ທ່ານ ຫງວຽນວັນຕ໋ວນ ກໍໄດ້ຊີ້ແຈ້ງວ່າ: ການພົບເຫັນບັນດາການກະທຳທີ່ຍັງບໍ່ຖືກຕ້ອງຕາມຂໍ້ກຳນົດກົດໝາຍເຖິງວ່າຢູ່ຂັ້ນໃດ, ທ້ອງຖິ່ນໃດກໍຕາມ ຄວນເປັນເຈົ້າການແກ້ໄຂ, ຢຶດເອົາ ແລະ ທຳລາຍ. ເພາະບັນດາຮູບພາບຄືແຜນທີ່ເປັນຮູບລີ້ນງົວນັ້ນ ໄດ້ກໍ່ຜົນສະທ້ອນຫຼາຍເຖິງພາບພົດ, ອຳນາດອະທິປະໄຕຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top