• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແກ້​ໄຂ​ບັດ​ເຫຼືອງ IUU: ຝູ​ອຽນ​ປະ​ຕິ​ບັດ​ການ​ຫາ​ປາ​​ຖືກ​ຕ້ອງຕາມ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ

ວັນທີ 20 ພຶດສະພາ, ທ່ານເຈິ່ນຮຶວເທ໊ ຮອງປະທານຄະນະກຳມະການປະຊາຊົນແຂວງ ຝູອຽນໄດ້ມີການເຮັດວຽກກັບຜູ້ຕາງໜ້າບັນດາພະແນກ, ຂະແໜງການ, ການນຳບັນດາທ້ອງຖິ່ນແຄມທະເລກ່ຽວກັບການເພີ່ມທະວີການຄວບຄຸມກ່ຳປັ່ນຫາປາທີ່ຜິດກົດໝາຍ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).

ພາບປະກອບ: TTXVN

ລາຍງານທີ່ການເຮັດວຽກ, ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງຝູອຽນ ໃຫ້ຮູ້ວ່າ, ໂດຍປະຕິບັດຕາມການສົ່ງເສີມຂອງ ຄະນະກຳມະການເອີລົບ (EC) ທີ່ກ່າວເຕືອນບັດເຫຼືອງກ່ຽວກັບການຂຸດຄົ້ນ IUU, ແຂວງຝູອຽນໄດ້ປະຕິບັດຢ່າງເຂັ້ມງວດ ແລະ ມີຫຼາຍມາດຕະການສະກັດກັ້ນການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ. ມາຮອດປັດຈຸບັນ, ຝູອຽນໄດ້ປະຕິບັດສຳເລັດການຕິດຕັ້ງກວດກາອຸປະກອນຕິດຕາມກວດກາການເດີນທາງສຳລັບກ່ຳປັ່ນຫາປາ 381/381 ລຳ ທີ່ຮັບປະກັນໄດ້ເງື່ອນໄຂຕິດຕັ້ງອຸປະກອນຕິດຕາມກວດກາການເດີນທາງ, ມີ ກ່ຳປັ່ນ 100%ມີລວງຍາວ 15 ແມັດຂຶ້ນໄປຂອງແຂວງໄດ້ຮັບການໝາຍແມ່ນກຳປັ່ນຖືກຕາມກຳນົດ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top