• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອົາ​ໃຈ​ໃສ່​ຢ່າງ​ພຽງ​ພໍ​ເຖິງ​ການ​ສຶກ​ສາ ເພື່ອ​ສ້າງ​ກຳ​ລັງ​ໜູນ​ຊຸກ​ຍູ້​ການພັດ​ທະ​ນາ​ປະ​ເທດ​ຊາດ

ສົກຮຽນປີ 2023 – 2024, ທົ່ວຂະແໜງການສຶກສາໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ສຸມໃສ່ຜັນຂະຫຍາຍໜ້າທີ່ທີ່ໄດ້ມອບໝາຍ ຢ່າງມີປະສິດທິຜົນ ແລະ ບັນລຸໄດ້ໝາກຜົນຫຼາຍຢ່າງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ກອງປະຊຸມ.

ຕອນເຊົ້າວັນທີ 19 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບສົກຮຽນປີ 2023 – 2024 ແລະ ຜັນຂະຫຍາຍປະຕິບັດໜ້າທີ່ສົກຮຽນປີ 2024 – 2025 ໂດຍກະຊວງສຶກສາທິການ ແລະ ບຳລຸງສ້າງຈັດຕັ້ງຕາມຮູບແບບທາງໄກ ລະຫວ່າງສະຖານທີ່ຖ່າຍທອດສົດຢູ່ ຮ່າໂນ້ຍ ກັບ 63 ແຂວງ, ນະຄອນໃນທົ່ວປະເທດ.

ສົກຮຽນປີ 2023 – 2024, ທົ່ວຂະແໜງການສຶກສາໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ສຸມໃສ່ຜັນຂະຫຍາຍໜ້າທີ່ທີ່ໄດ້ມອບໝາຍ ຢ່າງມີປະສິດທິຜົນ ແລະ ບັນລຸໄດ້ໝາກຜົນຫຼາຍຢ່າງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກສົກຮຽນປີ 2024 – 2025 ສິ້ນສຸດອາຍຸການປະຕິບັດມະຕິກອງປະຊຸມຄັ້ງທີ 13 ຂອງພັກ. ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ:

ກ່ອນທີ່ກ້າວເຂົ້າສູ່ສົກຮຽນໃໝ່ ປີ 2024 – 2025, ຂ້າພະເຈົ້າອວຍພອນຖັນແຖວພະນັກງານຄຸ້ມຄອງ, ຄູສອນ, ຍາມໃດກໍ່ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ ແລະ ສຸດຈິດສຸດໃຈກັບອາຊີບ, ແກ້ໄຂທຸກຄວາມຫຍຸ້ງຍາກ, ຜ່ານຜ່າທຸກສິ່ງທ້າທາຍ. ຢຶດໝັ້ນກັບເປົ້າໝາຍປ່ຽນແປງໃໝ່ການສຶກສາບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ, ຕອບສະໜອງຄວາມລໍຄອຍຂອງພັກ, ລັດ ແລະ ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top