• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອີຣົບ ຕົກລົງເຫັນດີປິດປະຕູຊາຍແດນໃນຮອບເວລາ 30 ວັນ

      ວັນທີ 17 ມີນາ, ສະຫະພາບເອີຣົບ (ອີຢູ) ໄດ້ປະກາດຢ່າງເປັນທາງການກ່ຽວກັບການຈັດວາງຄຳສັ່ງຫ້າມເຂົ້າເມືອງຂອງກຸ່ມນີ້, ເວັ້ນເສຍແຕ່ພົນລະເມືອງບັນດາປະເທດຂຶ້ນກັບສະຫະສະມາຄົມການຄ້າເສລີເອີຣົບ (EFTA) ແລະ ອັງກິດ.

ຮ້ານອາຫານແຫ່ງຕ່າງໆຢູ່ປາຣີ ປິດຮ້ານ ຍ້ອນໂລກລະບາດ Covid-19 (ພາບ: THX/TTXVN)
      ຄຳສັ່ງດັ່ງກ່າວ ຈະມີຜົນບັງຄັບໃຊ້ພາຍໃນ 30 ວັນ. ອີຢູ ພວມສົມທົບກັນກະທຳ ເພື່ອສົ່ງບັນດາພົນລະເມືອງທີ່ຖືກຕິດຄ້າງຢູ່ບັນດາປະເທດນອກກຸ່ມອີຢູກັບເມືອປະເທດ.
        ນອກຈາກຄຳສັ່ງຫ້າມດັ່ງກ່າວແລ້ວ, ບັນດາການນຳ ອີຢູ ກໍປຶກສາຫາລືກ່ຽວກັບການແກ້ໄຂບັນດາຜົນຮ້າຍຢ້ອນຫຼັງອັນໜັກໜ່ວງທາງດ້ານເສດຖະກິດ ຍ້ອນໂລກລະບາດ Covid-19, ໃນນັ້ນ ບັນດາປະເທດໄດ້ເຫັນດີເປັນເອກະພາບຮັກສາການຈໍລະຈອນສິນຄ້າ. ໃນຂະນະນັ້ນ, ຫຼາຍປະເທດສະມາຊິກຂອງ ອີຢູ ກໍປະກາດບັນດາບ້ວງເງິນໜູນຊ່ວຍເສດຖະກິດ.  ໃນສະພາບການໂລກລະບາດ Covid-19 ສືບຕໍ່ມີການຜັນແປຢ່າງສັບສົນ, ລັດຖະມົນຕີກະຊວງການເງິນບັນດາປະເທດສະມາຊິກ ອີຢູ ໄດ້ເຊັນອະນຸມັດບັນດາຂໍ້ສະເໜີຂອງຄະນະກຳມະການເອີຣົບ, ໃນນັ້ນ ມີຂໍ້ສະເໜີ ລົບລ້າງບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງເລື່ອງ ບັນດາປະເທດສະມາຊິກມີລາຍຈ່າຍເກີນດຸ່ນເພ. ບັນດາຂໍ້ສະເໜີເຫຼົ່ານັ້ນ ຈະຕິດຂັດໄປພ້ອມກັບບັນດາມາດຕະການກະຕຸ້ນເສດຖະກິດຂອງທະນາຄານສູນກາງເອີຣົບ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກົ້ມຫົວໜຶ່ງນາທີ ອາໄລຫາປະທານໂຮ່ຈີມິນ.

Top