• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກ​ອັກ​ຄະ​ລັດ​ຖະ​ທູດ EU ປະ​ຈຳ ອາ​ຊຽນ​ຕີ​ລາ​ຄາ​ສູງກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ​ຄັ້ງ​ທີ 36 ແລະ ການ​ພົ​ວ​ພັ​ນ​ຮ່ວມ​ມື ລະ​ຫວ່າງ EU - ອ​າ​ຊຽ​ນ

ທ່ານ Driesmans ຖືວ່າ ເລື່ອງຫວຽດນາມ ສຸມໃສ່ປັບປຸງ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນເໝາະສົມທີ່ສຸດໃນສະພາບການໃນປັດຈຸບັນ, ໃນຂະນະທີ່ໂລກລະບາດພວມກໍ່ຜົນກະທົບຢ່າງຮ້າຍແຮງ ທີ່ບໍ່ເຄີຍມີມາກ່ອນ ຕໍ່ພື້ນຖານເສດຖະກິດທົ່ວໂລກໃນປະຫວັດສາດໃກ້ໆນີ້. 

 
ທ່ານ Igor Driesmans ເອກອັກຄະລັດຖະທູດ ສະຫະພາບ ເອີລົບ (EU) ປະຈຳ ອາຊຽນ

  (ພາບ: TTXVN)


ທ່ານ Igor Driesmans ເອກອັກຄະລັດຖະທູດ ສະຫະພາບ ເອີລົບ (EU) ປະຈຳ ອາຊຽນ ໄດ້ຕີລາຄາວ່າ ຫວຽດນາມ ໄດ້ຜ່ານຜ່າບັນດາສິ່ງທ້າທາຍ “ທີ່ບໍ່ເຄີຍມີມາກ່ອນ” ຢ່າງແທ້ຈິງ ເພື່ອຈັດຕັ້ງ ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ໃນວັນທີ 26 ມິຖຸນາ ສຳເລັດຜົນ. ທ່ານ Driesmans ໄດ້ເນັ້ນໜັກວ່າ ນີ້ແມ່ນຄັ້ງທຳອິດໃນໄລຍະເວລາກ່ວາ 50 ປີຜ່ານມາ, ບັນດາການນຳອາຊຽນໄດ້ພົບປະ ແລະ ແລກປ່ຽນກັນຜ່ານຮູບການທາງອອນລາຍ.ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ, ກອງປະຊຸມສຸດຍອດຢ່າງເປັນທາງການທຳອິດໂດຍຫວຽດນາມ ຈັດຕັ້ງຂຶ້ນໃນຖານະເປັນປະທານອາຊຽນ 2020 ບັນລຸໄດ້ບາງໝາກຜົນທີ່ສຳຄັນ.

ບັນດາການນຳອາຊຽນໄດ້ສືບຕໍ່ເດີນຕາມໂຄງການດຳເນີນງານເຊື່ອມໂຍງຂອງພາກພື້ນທີ່ເຕັມໄປດ້ວຍຄວາມມຸ່ງຫວັງ, ດ້ວຍການຮັບຮອງເອົາຖະແຫຼງການ “ວິໄສທັດລວມກ່ຽວກັບອາຊຽນທີ່ສະໜິດຕິດພັນ ແລະ ຕອບສະໜອງ: ຜ່ານຜ່າບັນດາສິ່ງທ້າທາຍ ແລະ ຮັກສາການເຕີບໂຕ”. ພິເສດ, ຖະແຫຼງການນີ້ຈະຮັບຮູ້ຄວາມຈຳເປັນຕ້ອງຮັບມືກັບໂລກລະບາດ Covid – 19 ຢ່າງມີປະສິດທິຜົນ, ພ້ອມທັງຊຸກຍູ້ການຟື້ນຟູເສດຖະກິດ - ສັງຄົມໃນພາກພື້ນ.

ທ່ານ Driesmans ຖືວ່າ ເລື່ອງຫວຽດນາມ ສຸມໃສ່ປັບປຸງ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນເໝາະສົມທີ່ສຸດໃນສະພາບການໃນປັດຈຸບັນ, ໃນຂະນະທີ່ໂລກລະບາດພວມກໍ່ຜົນກະທົບຢ່າງຮ້າຍແຮງ ທີ່ບໍ່ເຄີຍມີມາກ່ອນ ຕໍ່ພື້ນຖານເສດຖະກິດທົ່ວໂລກໃນປະຫວັດສາດໃກ້ໆນີ້. ທ່ານ Driesmans ຢັ້ງຢືນວ່າ EU ຈະສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງອາຊຽນເພື່ອແນໃສ່ສ້າງປະຊາຄົມວັດທະນາຖາວອນ, ມີຄວາມປອດໄພ ແລະ ເປັນເອກະພາບຍ້ອນວ່າ ສິ່ງນີ້ຈະນຳຜົນປະໂຫຍດມາໃຫ້ທັງສອງຝ່າຍ.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top