• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກອັກຄະລັດຖະທູດສະຫະພັນລັດເຊຍແລະຈີເລຕີລາຄາສູງຄວາມມານະພະຍາຍາມ, ປະສົບການຂອງຫວຽດນາມໃນການຄວບຄຸມໂລກລະບາດ Covid – 19

ຕໍ່ໜ້າບັນດາຄວາມມານະພະຍາຍາມປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ທ່ານ Konstantin Vnukov ເອກອັກຄະລັດຖະທູດສະຫະພັນລັດເຊຍປະຈຳຫວຽດນາມໃຫ້ຮູ້ວ່ານັບແຕ່ຊຸມມື້ທຳອິດໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ລັດ, ລັດຖະບານຫວຽດນາມໄດ້ນຳໃຊ້ບັນດາມາດຕະການປ້ອງກັນແລະສະກັດກັ້ນໂລກລະບາດຢ່າງຄົບຊຸດ, ທັນການແລະມີປະສິດທິຜົນ.

ພາບປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19 ຢູ່ຫວຽດນາມ (ພາບ: TTXVN)

ທ່ານ Konstantin Vnukov ຫວັງວ່າ, ສະຫະພັນລັດເຊຍແລະຫວຽດນາມຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວໜູນຊ່ວຍເຊິ່ງກັນແລະກັນໃນການຕໍ່ສູ້ຕ້ານໂລກລະບາດ Covid -19.

ເມື່ອຕີລາຄາກ່ຽວກັບມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງຫວຽດນາມໃນໄລຍະທີ່ຜ່ານມາ, ທ່ານ Jaime Chomali ເອກອັກຄະລັດຖະທູດຈີເລປະຈຳຫວຽດນາມໃຫ້ຮູ້ວ່າໃນຊຸມວັນທີ່ຜ່ານມາ, ເລື່ອງຫວຽດນາມບໍ່ກວດພົບກໍລະນີຕິດເຊື້ອພະຍາດລາຍໃໝ່ຕື່ມອີກນັ້ນ ໄດ້ຊີ້ໃຫ້ເຫັນວ່າບັນດາຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໄດ້ນຳມາເຊິ່ງໝາກຜົນທີ່ແທດຈິງ.
ທ່ານ Jaime Chomali ຊີ້ແຈ້ງວ່າ, ກ້າວເຂົ້າສູ່ໄລຍະທີ 1 ຂອງການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ບັນດາຄຳຕັດສິນສຳຄັນຄືຄວບຄຸມບັນດາເສັ້ນຊາຍແດນຢ່າງເຂັ້ມງວດ, ປິດຊົ່ວຄາວໂຮງຮຽນແຫ່ງຕ່າງໆ…ໄດ້ຊ່ວຍໃຫ້ຫວຽດນາມຢຸດຕິຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ຕົວເລກທີ່ 16 ໃນໄລຍະຍາວ, ບັນດາການດັດປັບໃນໄລຍະຕໍ່ໄປ, ພິເສດແມ່ນວິທີການແຍກຫ່າງໃນສັງຄົມເຊິ່ງເລີ່ມແຕ່ວັນທີ 1 ເມສາແມ່ນຄຳຕັດສິນທີ່ສຳຄັນປະກອບສ່ວນເຂົ້າໃນຜົນສຳເລັດຂອງການສະກັດກັ້ນການແຜ່ລາມຂອງໂລກລະບາດໃນຊຸມຊົນ. ທ່ານ Jaime Chomali ເຊື່ອໝັ້ນວ່າໃນປີຈະມາເຖິງ ຫວຽດນາມຈະມີການຟື້ນຟູເສດຖະກິດໄດ້ຢ່າງວ່ອງໄວກ່ວາເມື່ອທຽບໃສ່ກັບບັນດາປະເທດອື່ນໆໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top