• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດແຜ່ນດິນໄຫວຢູ່ ອາບການິດສະຖານ: ຜູ້ປະສົບເຄາະຮ້າຍສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍ

ເຖິງວ່າກຸ່ມຮັບມືກັບສະພາບການສຸກເສີນຂອງ WHO ໄດ້ກູ້ເອົາຊີວິດຂອງຫຼາຍຄົນ, ແຕ່ບັນດາໂຮງໝໍຕ້ອງປະກອບອຸປະກອນທີ່ດີກ່ວາ ເພື່ອຮັບມືກັບບັນດາກໍລະນີຖືກເສຍຊີວິດ...
ບັນດາຜູ້ເສຍຊີວິດຍ້ອນເຫດແຜ່ນດິນໄຫວເກີດຂຶ້ນໃນວັນທີ 7 ຕຸລາ (ພາບ:AFP/TTXVN)

ວັນທີ 9 ຕຸລາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ: ແມ່ຍິງ ແລະ ເດັກນ້ອຍ ກວມ 2/3 ໃນຈຳນວນບັນດາຜູ້ປະສົບເຄາະຮ້າຍທີ່ຕ້ອງເຂົ້າປິ່ນປົວຢູ່ໂຮງໝໍ ຍ້ອນຖືກບາດເຈັບໜັກ ໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 7 ຕຸລາ ຢູ່ ອາບການິດສະຖານ. ຜູ້ຕາງໜ້າກຸ່ມຮັບມືກັບສະພາບການສຸກເສີນຂອງ WHO, ທ່ານ ປອ Alaa AbouZeid, ເນັ້ນໜັກວ່າ: ການສະໜອງດ້ານການເງິນໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທຳຍັງສວມບົດບາດສຳຄັນ, ໃນສະພາບຄວາມສົນໃຈ ແລະ ງົບປະມານໜູນຊ່ວຍຂອງໂລກພວມຫັນທິດອອກຈາກ ອາບການິດສະຖານ. ເຖິງວ່າກຸ່ມຮັບມືກັບສະພາບການສຸກເສີນຂອງ WHO ໄດ້ກູ້ເອົາຊີວິດຂອງຫຼາຍຄົນ, ແຕ່ບັນດາໂຮງໝໍຕ້ອງປະກອບອຸປະກອນທີ່ດີກ່ວາ ເພື່ອຮັບມືກັບບັນດາກໍລະນີຖືກເສຍຊີວິດ ແລະ ຮັບບາດເຈັບເພີ່ມຂຶ້ນຢ່າງແຮງ ແລະ ກໍລະນີທີ່ຄ້າຍຄືກັນໃນອະນາຄົດ.

ອຳນາດການປົກຄອງ ຕາລີບານ, ກຳລັງກຳສິດອຳນາດຢູ່ ອາບການິດສະຖານ, ຄາດວ່າ ມີຫຼາຍກ່ວາ 2.500 ຄົນໄດ້ເສຍຊີວິດ ແລະ ກ່ວາ 2.000 ຄົນຖືກບາດເຈັບໃນເຫດແຜ່ນດິນໄຫວທີ່ມີຄວາມແຮງ 6,3 ຣິດເຕີ ທີ່ເກີດຂຶ້ນໃນເວລາ 11 ໂມງ ວັນທີ 7 ຕຸລາ (ຕາມເວລາທ້ອງຖິ່ນ), ຊ່ວງເວລາທີ່ຜູ້ຊາຍບໍ່ຢູ່ເຮືອນ, ຍ້ອນເຫດນັ້ນ, ຜູ້ເສຍຊີວິດ ແລະ ບາດເຈັບສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍທີ່ຢູ່ເຮືອນໃນຊ່ວງເວລານັ້ນ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top