• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼໍ່ລ້ຽງ “ກົກເຄົ້າ” ນ້ຳໃຈມິດຕະພາບ ຫວຽດນາມ - ລາວ: ທ່ານອະດີດປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ມີຄວາມສຸດຈິດສຸດໃຈຕໍ່ລຸ້ນໜຸ່ມ

ຫຼໍ່ລ້ຽງ “ກົກເຄົ້າ” ນ້ຳໃຈມິດຕະພາບ ຫວຽດນາມ - ລາວ: ທ່ານອະດີດປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ມີຄວາມສຸດຈິດສຸດໃຈຕໍ່ລຸ້ນໜຸ່ມ
  ທ່ານ ຫງວຽນມິນເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຂຽນໃສ່ປຶ້ມໄວ້ອາໄລ. (ພາບ: VNA)  

ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ແຫ່ງ ສ​ປ​ປ.ລາວ ເຖິງ​ແກ່ມ​ໍ​ລະ​ນະ​ກຳ​ໃນ​ວັນ​ທີ 08 ສິງ​ຫາ, ແມ່ນ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ພັກ, ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ - ລາວ. ໃນ​ຕະ​ຫຼອດ​ຊີ​ວິດ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ຂອງ​ຕົນ, ທ່ານບໍ່​ພຽງ​ແຕ່​ແມ່ນ​ກາ​ນ​ນຳ​ດີ​ເລີດ​​ຂອງ​ປະ​ເທດ ລາວ ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເພື່ອນ​ຜູ້​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ອີກ​ດ້ວຍ. ໜຶ່ງ​ໃນ​ບັນ​ດາ​ມໍ​ລະ​ດົກ​ພົ້ນ​ເດັ່ນ​ທີ່​ສຸດ, ມີ​ລັກ​ສະ​ນະ​ຍາວ​ນານ​ເຊິ່ງ​ທ່ານ​ອະ​ດີດ​ປະ​ທານ​ສະ​ແຫ່ງ​ຊາດ ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ໄວ້​ໃຫ້​ນັ້ນ​ແນ່ນ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ບຳ​ລຸງ​ສ້າງ ແລະ ສຶກ​ສາ​ລຸ້ນ​ໜຸ່ມ​ຂອງ 2 ປະ​ເທດ. ໃນ​ຖາ​ນະ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ທ່ານ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ສຶກ​ສາ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ເຂົ້າ​ສູ່​ລວງ​ເລິກ.

“ຍິ່ງກວ່າ​ເວ​ລາ​ໃດ​ໝົດ, 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດຕ້ອງ​ຖື​ເປັນ​ສຳ​ຄັນ, ເອົາ​ໃຈ​ໃສ່​ຫຼາຍກວ່າ​ໃນ​ການ​ສຶກ​ສາ​ໃຫ້​ລຸ້ນ​ໜຸ່ມ 2 ປະ​ເທດ​ເຂົ້າ​ໃຈ​ແຈ້ງ​ເນື້ອ​ແທ້​ຂອງ​ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ. ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງ​ບັນ​ດາ​ລຸ້ນ​ສືບ​ທອດ, ໂດຍ​ສະ​ເພາະ​ແມ່ນ​ລຸ້ນ​ໜຸ່ມ, ບັນ​ດາ​ຜູ້​ເກີດ​ມາໃໝ່ ແລະ ເຕີບ​ໃຫຍ່​ໃນ​ເງື່ອນ​ໄຂ​ໃໝ່, ສະ​ພາບ​ການ​ໃໝ່. ລຸ້ນ​ໜຸ່ມ​ຕ້ອງ​ຖື​ການ​ປົກ​ປັກ​ຮັກ​ສາ, ສືບ​ທອດ​ສາຍ​ພົວ​ພັນ​ເຊິ່ງ​ບັນ​ດາ​ນັກ​ປະ​ຕິ​ວັດ​ລຸ້ນ​ກ່ອນ​ຂອງ 2 ປະ​ເທດ​ໄດ້​ເພີມ​ພູນ​ຄຸ​ນ​ສ້າງ​ດ້ວຍ​ເລືອດ​ເນື້ອ​ ແມ່ນ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​ເອງ, ເພື່ອ​ປົກ​ປັກ​ຮັກ​ສາ ແລະ ເສີ​ມ​ຂະ​ຫຍາຍ​ມູນ​ເຊື້ອ​ພິ​ເສດນີ້​ຍືນ​ຍົງ​ຄົງ​ຕົວ​ຕະ​ຫຼອດ​ໄປ, ພ້ອມ​ກັບ​ຈັບ​ມື​ກັນ​ກ້າວ​ຂຶ້​ນ”.

ເມື່ອ​ຕອບ​ສຳ​ພາດ​ສື່ມວນ​ຊົນ ຫວຽດ​ນາມ ປະ​ຈຳ ລາວ, ທ່ານ​ ຫງວຽນ​ມິ​ນ​ເຕິມ, ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫວຽດ​ນາມ ປະ​ຈຳ ລາວ ເນັ້ນ​ໜັກ​ວ່າ: ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄຊ​ສົມ​ພອນ ພົມ​ວິ​ຫານ ໄດ້​ປະ​ໄວ້​ໃຫ້​ຂີດ​ໝາຍ​ພົ້ນ​ເດັນ​ຫຼາຍ​ຢ່າງ​ໃນ​ກາ​ນ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ເວົ້າ​ລວມ ແລະ ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ເວົ້າ​ສະ​ເພາະ. ພ້ອມ​ກັນ​ນັ້ນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄຊ​ສົມ​ພອນ ພົມ​ວິ​ຫານ ໄດ້​ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ໃນ​ການ​ສຶກ​ສາ, ຕິດ​ຕາມ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ຈຸດ​ສຸມ​ລະ​ຫວ່າງ 2 ປ ະ​ເທດ ແລະ ເພີ່ມ​ທະ​ວີການ​ພົວ​ພັນ​ລັດ​ຖະ​ສະ​ພາ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ, ຜ່ານນັ້​ນ, ປະ​ກອບ​ສ່ວນ​ຫັນ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ລະ​ຫວ່າງ 2 ພັກ, 2 ລັດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

(ແຫຼ່ງຄັດຈາກ VOV)

ກົດໝາຍວ່າດ້ວຍການພັດທະນາຕົວເມືອງ: ເປີດກວ້າງຂົງເຂດພັດທະນາໃຫ້ແກ່ບັນດາຕົວເມືອງ

ກົດໝາຍວ່າດ້ວຍການພັດທະນາຕົວເມືອງ: ເປີດກວ້າງຂົງເຂດພັດທະນາໃຫ້ແກ່ບັນດາຕົວເມືອງ

ຕີລາຄາວິທີສຳພັດຂອງຮ່າງກົດໝາຍ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ເລື່ອງເພີ່ມທະວີການຈັດແບ່ງສິດ, ມອບສິດເປັນເຈົ້າໃຫ້ແກ່ອຳນາດການປົກຄອງຕົວເມືອງແມ່ນທິດກ້າວເດີນທີ່ເໝາະສົມກັບສະພາບຕົວຈິງ.

Top