• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນສັກຂີພິຍານພິທີແລກປ່ຽນບັນດາເອກະສານການຮ່ວມມືລະວ່າງ ຫວຽດນາມ - ອົດສະຕາລີ

ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ Anthony Albanese, ນາຍົກລັດຖະມົນຕີ ອົດສະຕາລີ ໄດ້ແລກປ່ຽນຖະແຫຼງການຮ່ວມ 3 ສະບັບ ແລະ ພ້ອມກັນເປັນສັກຂີພິຍານການມອບ - ຮັບເອກະສານຮ່ວມມື 7 ສະບັບລະຫວ່າງ ຫວຽດນາມ - ອົດສະຕາລີ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ໄດ້ແລກປ່ຽນຖະແຫຼງການຮ່ວມ (ພາບ: VNA)  

ຕອນ​ທ່ຽງ​ວັນ​ທີ 11 ສິງ​ຫາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ຢູ່​ນະ​ຄອນ​ຫຼວງ Canberra,​ ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ Anthony Albanese, ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ໄດ້​ແລກ​ປ່ຽນ​ຖະ​ແຫຼງ​ການ​ຮ່ວມ 3 ສະ​ບັບ ແລະ ພ້ອມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ການມອບ - ຮັບ​ເອ​ກະ​ສານ​ຮ່ວມ​ມື 7 ສະ​ບັບ​ລະ​ຫວ່າງ ຫວຽດ​ນາມ - ອົດ​ສະ​ຕາ​ລີ. ບັນ​ດາ​ຖະ​ແຫຼງ​ການ​ຮ່ວມ​ລວມ​ມີ: ຖະ​ແຫຼງ​ການ​ຮ່ວມ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ ຫວຽດ​ນາມ - ອົດ​ສະ​ຕາ​ລີ ເລິກ​ເຊິ່ງ​ຂຶ້​ນ​ຕື່ມ; ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ຍົກ​ສູງ​ຄວາມ​ທົນ​ທານ, ຮັບ​ມື ແລະ ຟື້ນ​ຟູ​ເສດ​ຖະ​ກິດ ຫວຽດ​ນາມ - ອົດ​ສະ​ຕາ​ລີ; ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ​ຕະ​ກຳລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ.

ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ລວມ​ມີ: ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ແບບ​ຍືນ​ຍົງ; ການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ທາງ​ທະ​ເລ​ລະ​ຫວ່າງ​ຕຳ​ຫຼວດ​ທະ​ເລ ຫວຽດ​ນາມ ແລະ ກຳ​ລັງ​ຊາ​ຍ​ແດນ, ອົດ​ສະ​ຕາ​ລີ; ເພີ່​ມ​ທະ​ວີ​ການ​ຮ່ວມ​ມື ແລະ ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ​ລະ​ຫວ່າງກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ສ.ຫວຽດ​ນາມ ແລະ ກຳ​ລັງ​ຊາຍ​ແດນ, ລັດ​ຖະ​ບານ ອົດ​ສະ​ຕາ​ລີ... ອະ​ນຸ​ສັນ​ຍາ​ປັບ​ປຸງ ແລະ ເພີ່ມ​ເຕີມ​ສັນ​ຍາ​ລະ​ຫວ່າງ​ລັດ​ຖະ​ບານ ອົດ​ສະ​ຕາ​ລີ ແລະ ລັກ​ຖະ​ບານ​ແຫ່ງ ສ​ສ​. ຫວຽດ​ນາມ ກ່ຽວ​ກັບ​ການ​ຂົນ​ສົ່ງ​ທາງ​ການ​ບິນ.

(ແຫຼ່ງຄັດຈາກ VOV)​​

ກົດໝາຍວ່າດ້ວຍການພັດທະນາຕົວເມືອງ: ເປີດກວ້າງຂົງເຂດພັດທະນາໃຫ້ແກ່ບັນດາຕົວເມືອງ

ກົດໝາຍວ່າດ້ວຍການພັດທະນາຕົວເມືອງ: ເປີດກວ້າງຂົງເຂດພັດທະນາໃຫ້ແກ່ບັນດາຕົວເມືອງ

ຕີລາຄາວິທີສຳພັດຂອງຮ່າງກົດໝາຍ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ເລື່ອງເພີ່ມທະວີການຈັດແບ່ງສິດ, ມອບສິດເປັນເຈົ້າໃຫ້ແກ່ອຳນາດການປົກຄອງຕົວເມືອງແມ່ນທິດກ້າວເດີນທີ່ເໝາະສົມກັບສະພາບຕົວຈິງ.

Top