ການຢ້ຽມຢາມທາງລັດຖະກິດຢູ່ ອົດສະຕາລີ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ບໍ່ພຽງແຕ່ແມ່ນຂີດໝາຍເປີດໄລຍະພັດທະນາໃໝ່ຂອງການພົວພັນສອງຝ່າຍເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນວິໄສທັດຍຸດທະສາດ ແລະ ຄວາມຕັດສິນໃຈຂອງການນຳສອງປະເທດໃນການສ້າງການພົວພັນ ຫວຽດນາມ ອົດສະຕາລີໃຫ້ນັບມື້ນັບມີປະສິດທິຜົນອີກດ້ວຍ
ຕອນເຊົ້າວັນທີ 11 ສິງຫາ, ຢູ່ທຳນຽບ ຜູ້ສຳເລັດຣາຊະການແຫ່ງອົດສະຕາລີ ທີ່ນະຄອນຫຼວງ Canberra, ທ່ານນາງ Sam Mostyn ຜູ້ສຳເລັດຣາຊະການແຫ່ງອົດສະຕາລີ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດຫວຽດນາມ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດຢູ່ ອົດສະຕາລີ, ແຕ່ວັນທີ 9 – 12 ສິງຫາ. ເຂົ້າຮ່ວມພິທີມີເຈົ້າໜ້າທີ່ຂັ້ນສູງອົດສະຕາລີ ຫຼາຍທ່ານ ແລະ ບັນດາສະມາຊິກຄະນະຜູ້ແທນຂັ້ນສູງ ຫວຽດນາມ.
ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມໄດ້ພົບປະກັບທ່ານນາງ Sam Mostyn ຜູ້ສຳເລັດຣາຊະການແຫ່ງອົດສະຕາລີ ແລະ ດຳເນີນກອງປະຊຸມພົບປະ ກັບທ່ານ Anthony Albanesນາຍົກລັດຖະມົນຕີ ອົດສະຕາລີ , ເຫັນປະຈັກຕາພິທີມອບຮັບເອກະສານຮ່ວມມື ແລະ ພົບປະກັບສື່ມວນຊົນ, ພົບປະກັບທ່ານປະທານສະພາສູງ ແລະ ປະທານສະພາຕ່ຳ ອົດສະຕາລີ…
ການຢ້ຽມຢາມທາງລັດຖະກິດຢູ່ ອົດສະຕາລີ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ບໍ່ພຽງແຕ່ແມ່ນຂີດໝາຍເປີດໄລຍະພັດທະນາໃໝ່ຂອງການພົວພັນສອງຝ່າຍເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນວິໄສທັດຍຸດທະສາດ ແລະ ຄວາມຕັດສິນໃຈຂອງການນຳສອງປະເທດໃນການສ້າງການພົວພັນ ຫວຽດນາມ ອົດສະຕາລີໃຫ້ນັບມື້ນັບມີປະສິດທິຜົນອີກດ້ວຍ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
(ແຫຼ່ງຄັດຈາກ VOV)