ທ່ານ ຫວໍວັນເຖືອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ຫາກໍປະກາດຄຳສັ່ງຂອງຄະນະເລຂາກ່ຽວກັບວຽກງານການທູດເສດຖະກິດຮັບໃຊ້ການພັດທະນາປະເທດຊາດຮອດປີ 2030.
ທ່ານຫວໍວັນເຖືອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ
ຄຳສັ່ງສະບັບດັ່ງກ່າວເນັ້ນໜັກວ່າ ວຽກງານການທູດເສດຖະກິດແມ່ນໜ້າທີ່ພື້ນຖານ, ເປັນໃຈກາງຂອງພື້ນຖານການຕ່າງປະເທດ ຫວຽດນາມ, ສ້າງກຳລັງໜູນສຳຄັນເພື່ອພັດທະນາເສດຖະກິດຢ່າງວ່ອງໄວ, ຍືນຍົງ; ສືບຕໍ່ເປີດກວ້າງ, ເຮັດໃຫ້ສາຍພົວພັນເລິກເຊິ່ງກວ່າອີກ, ສ້າງທ່າປະສົມປະສານຜົນປະໂຫຍດເສດຖະກິດກັບບັນດາຄູ່ຮ່ວມມື; ຍົກສູງຄຸນນະພາບ, ປະສິດທິຜົນການເຊື່ອມໂຍງເສດຖະກິດສາກົນ; ສືບຕໍ່ຫັນ ເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນຄູ່ຮ່ວມມື, ຫຼີກລ້ຽງການເອື່ອຍອີງໃສ່ຕະຫຼາດ ຫຼື ຄູ່ຮ່ວມມືໃດໜຶ່ງ.
ໃນຄຳສັ່ງສະບັບນີ້, ຄະນະເລຂາສູນກາງພັກ ຮຽກຮ້ອງໃຫ້ເພີ່ມທະວີການຕິດຕາມສະພາບການ, ຍົກສູງກຳລັງຄວາມສາມາດຄາດຄະເນ, ເປັນເສນາທິການຍຸດທະສາດກ່ຽວກັບເສດຖະກິດສາກົນ, ຍູ້ແຮງວຽກງານບໍາລຸງກໍ່ສ້າງຍົກສູງຄຸນນະທາດການເມືອງ, ກຳລັງຄວາມສາມາດ, ລະດັບຄວາມຮູ້ໃຫ້ແກ່ຖັນແຖວພະນັກງານເຮັດວຽກງານການຕ່າງປະເທດ ແລະ ການທູດເສດຖະກິດ; ຍົກສູງປະສິດທິພາບ, ປະສິດທິຜົນການຄຸ້ມຄອງລັດ ສຳລັບບັນດາການເຄື່ອນໄຫວການທູດເສດຖະກິດ.
(ແຫຼ່ງຄັດຈາກ VOV)