• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດຫວຽດນາມມີແງ່ຫວັງເຕີບໂຕຢ່າງວ່ອງໄວ

(ພາບ​ປະ​ກອບ: TTXVN)
      ໃນ​ຊຸມມື້​ຕົ້ນ​ປີ​ໃໝ່ 2017, ວົງ​ການ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ສາ​ກົນ ໄດ້​ຄາດ​ຄະ​ເນ​ວ່າ ຫວຽດ​ນາມ ສືບ​ຕໍ່​ແມ່ນ​ຈຸດ​ພົ້ນ​ເດັ່ນ​ກ່ຽວ​ກັບ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເວົ້າ​ສະ​ເພາະ ແລະ ຢູ່​ລະ​ດັບ​ໂລກ​ເວົ້າ​ລວມ. ໜັງ​ສື​ພິມ​ລາຍ​ວັນ “The Star Online” ຂອງ​ມາ​ເລ​ເຊຍ ຄາດ​ຄະ​ເນ​ວ່າ, ປີ 2017, ຫວຽດ​ນາມ ຍ​ັງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພື້​ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ເຕ​ີບ​ໂຕ​ສູງ ດ້ວຍ​ປະ​ລິ​ມານ​ສົ່ງ​ອອກ​ສິນ​ຄ້າ​ໄດ້​ເພີ່ມ​ຂຶ້​ນ. ຕາມ​ບົດ​ລາຍ​ງານ​ດັ່ງ​ກ່າວ, ເລື່ອງ​ຫວຽດ​ນາມ ອະ​ນຸ​ຍາດສ້າງ​ຕັ້ງ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຄື: Samsung, Electronics Co ໄດ້​ເຮັດ​ໃຫ້​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ນີ້ ກາຍ​ເປັນ​ສູນ​ສາ​ກົນ​ສົ່ງ​ອອກ​ເຄື່ອງ​ເອ​ເລ​ໂຕ​ນິກ. ໃນ​ຂະ​ນະ​ນັ້ນ, ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ (ADB) ຄາດ​ຄະ​ເນປີ 2017 ວ່າ, ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ຈະ​ເພີ່ມ​ຂຶ້ນ 6,3%. ສຳ​ນັກ​ຂ່າ​ວ​ສານ Bloomberg ກໍ່​ຍ​ົກ​ອອກ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ທີ່​ໜ້າ​ສົນ​ໃຈ ນັ້ນ​ແມ່ນ, ເປັນ​ຄັ້ງ​ທຳ​ອິດ​ໃນ​ໄລ​ຍະ 2 ປີ​ຜ່ານ​ມາ, ໃບ​ຫຸ້ນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ໄດ້​ດຳ​ນົດ​ລາ​ຄາ​ສູງກວ່າ​ເມື່ອ​ທຽບ​ໃສ່​​ໃບ​ຫຸ້ນ​ຂອງ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top