• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວັບໄຊສ໌ Asianinsiders: ພື້ນຖານເສດຖະກິດ ຫວຽດນາມ ພວມມີການຫັນປ່ຽນຢ່າງເຂັ້ມແຂງ

ດ້ວຍລະດັບການເຕີບໂຕຂອງ GDP ທີ່ສູງ, ແຫຼ່ງການລົງທຶນຈາກຕ່າງປະເທດເພີ່ມຂື້ນຢ່າງແຮງ ແລະ ໂຄງລ່າງພື້ນຖານໄດ້ຮັບການປົວແປງ, ຫວຽດນາມ ຍັງຄົງເປັນໜຶ່ງໃນບັນດາພື້ນຖານເສດຖະກິດ ທີ່ພວມເຕີບໂຕໃນໂລກ.
ພາບປະກອບ
ເວັບໄຊສ໌ Asianinsiders.com (ຮົງກົງ, ສປ ຈີນ) ຫາກໍ່ລົງບົດວິເຄາະບັນດາກຳລັງໜູນຊຸກຍູ້ແງ່ຫວັງເສດຖະກິດຂອງ ຫວຽດນາມ ແລະ ຖືວ່າ ພື້ນຖານເສດຖະກິດ ຫວຽດນາມ ພວມມີການຫັນປ່ຽນຢ່າງເຂັ້ມແຂງ ດ້ວຍລະດັບການເຕີບໂຕທີ່ໝັ້ນແກ່ນ. ຕາມບົດວິເຄາະ, ພື້ນຖານເສດຖະກິດ ຫວຽດນາມ ໄດ້ວາງແຜນກຳນົດສຸມ ໂດຍຮັບຮອງເອົາບັນດາແຜນການ 5 ປີ, ຍົກອອກບັນດາຍຸດທະຍາດພັດທະນາເສດຖະກິດ, ຄາດໝາຍໃນການເຕີບໂຕ ແລະ ການປະຕິບັດປະຕິຮູບ. ດ້ວຍລະດັບການເຕີບໂຕຂອງ GDP ທີ່ສູງ, ແຫຼ່ງການລົງທຶນຈາກຕ່າງປະເທດເພີ່ມຂື້ນຢ່າງແຮງ ແລະ ໂຄງລ່າງພື້ນຖານໄດ້ຮັບການປົວແປງ, ຫວຽດນາມ ຍັງຄົງເປັນໜຶ່ງໃນບັນດາພື້ນຖານເສດຖະກິດ ທີ່ພວມເຕີບໂຕໃນໂລກ. ດ້ວຍການຟື້ນຟູຕະຫຼາດແຮງງານ ແລະ ຄົນຊົນຊັ້ນກາງທີ່ພວມເພີ່ມຂື້ນ, ການບໍລິໂພກພາຍໃນເພີ່ມໃນລະດັບສູງ. ບົດຂ່າວຖືວ່າ: ຜົນກະທົບຄວບຄູ່ຂອງການເຕີບໂຕ ໂດຍແມ່ນອີງໃສ່ການສົ່ງອອກ ແລະ ຕະຫຼາດສພາຍໃນພັດທະນາຢ່າງເຂັ້ມແຂງ ໄດ້ຊ່ວຍໃຫ້ພື້ນຖານເສດຖະກິດ ຫວຽດນາມ ເຕີບໂຕຢ່າງໝັ້ນຄົງ ແລະ ຂະຫຍັນຂັນເຄື່ອນ.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top