• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສແກ້ໄຂສິ່ງຄ້າງຄາໃນການຮ່ວມມືພາກລັດ - ເອກະຊົນ

      ເວທີປາໄສແກ້ໄຂສິ່ງຄ້າງຄາໃນການຮ່ວມມືພາກລັດ - ເອກະຊົນ ໄດ້ດຳເນີນໃນຕອນເຊົ້າວັນທີ 11 ຕຸລາ ຢູ່ນະຄອນ ຕາມກີ ໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ສົມທົບກັບແຂວງ ກວາງນາມ ຈັດຕັ້ງຂຶ້ນ. 

ທ່ານ ດັ້ງຮຸຍດົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ
      ນີ້ແມ່ນເວທີປາໄສສົນທະນາກ່ຽວກັບການຮ່ວມມືລົງທຶນຕາມຮູບແບບພາກລັດ - ເອກະຊົນຂັ້ນທ້ອງຖິ່ນທຳອິດໃນທົ່ວປະເທດ. ເລື່ອງຈັດຕັ້ງເວທີປາໄສດັ່ງກ່າວ ຊ່ວຍໃຫ້ບັນດາວິສາຫະກິດໄດ້ພົບປະ, ສົນທະນາກັບບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ອຳ ນາດການປົກຄອງທ້ອງຖິ່ນຕ່າງໆ, ແກ້ໄຂຄວາມຫຍຸ້ງຍາກສຳລັບວິສາຫະກິດ ກໍ່ຄືອຳນາດການປົກຄອງທ້ອງຖິ່ນໃຫ້ທັນການ. ທ່ານ ດັ້ງຮຸຍດົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຖືວ່າ:
        “ຄວາມສຳເລັດຂອງຮູບແບບການຮ່ວມມືພາກລັດ - ເອກະຊົນ ບໍ່ພຽງແຕ່ຢຸດຢູ່ໃນດ້ານນະໂຍບາຍເທົ່ານັ້ນ ຫາກກ່ອນອື່ນໝົດ ແມ່ນຄວາມຕັດສິນໃຈ, ລັກສະນະເປັນເຈົ້າການໃນການປະຕິບັດຂອງແຕ່ລະອົງການສຳນັກງານ, ແຕ່ລະທ້ອງຖິ່ນອີກດ້ວຍ. ດ້ວຍຈິດໃຈລັດຖະບານສ້າງສັນ ແລະ ມີການກະທຳ, ເວທີປາໄສໃນມື້ນີ້ ແມ່ນຄວາມມະນາພະຍາຍາມເປັນໜ້າສົ່ງເສີມຂອງແຂວງ ກວາງນາມ ໃນການຊຸກຍູ້ຮູບແບບ PPP ຂອງທ້ອງຖິ່ນເວົ້າສະເພາະ ແລະ ໃນທົ່ວປະເທດເວົ້າລວມ. 
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top