• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສເສດຖະກິດ ຫວຽດນາມ 2018: ເຕັກໂນໂລຢີ, ພະລັງງານຂຽວ ແລະ ພັດທະນາແບບຍືນຍົງ

      ຮູບແບບການເຕີບໂຕໂດຍອີງໃສ່ເງິນລົງທຶນ, ຄ່າແຮງງານຖືກ ແລະ ຂຸດຄົ້ນຊັບພະຍາກອນ, ກາລະໂອກາດ ແລະ ສິ່ງທ້າທາຍຂອງ ຫວຽດນາມ ໃຫ້ແກ່ການບຸກທະລຸສະມັດຕະພາບອີງໃສ່ການປະດິດຄິດສ້າງ 

ເວທີປາໄສເສດຖະກິດ ຫວຽດນາມ 2018 
(ພາບ: Danh Lam – TTXVN)
      ເວທີປາໄສເສດຖະກິດ ຫວຽດນາມ 2018 ໂດຍຄະນະກຳມະການເສດຖະກິດສູນກາງຈັດຕັ້ງໃນວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ. ໃນຂອບເຂດເວທີປາໄສໄດ້ດຳເນີນກອງປະຊຸມສຳມະນາສາກົນ 2 ຄັ້ງນັ້ນແມ່ນ “ເຕັກໂນໂລຢີ, ພະລັງງານຂຽວ ແລະ ພັດທະນາແບບຍືນຍົງ” ແລະ “ຍົກສູງສະມັດຕະພາບໃນສະພາບການຫັນເປັນອຸດສາຫະກຳ”.
        ກ່າວຄຳເຫັນໄຂກອງປະຊຸມສຳມະນາ “ເຕັກໂນໂລຢີ, ພະລັງງານຂຽວ ແລະ ພັດທະນາແບບຍືນຍົງ”, ທ່ານ ຫງວຽນວັນບີ່ງ, ຫົວໜ້າຄະນະເສດຖະກິດສູນກາງ ຖືວ່າ:
        ພັດທະນາພະລັງງານຂຽວໃນປະຈຸບັນນັບມື້ນັບແມ່ນທ່າອ່ຽງໃໝ່, ເຮັດໃຫ້ປ່ຽນແປງໂຄງປະກອບພະລັງງານປ່ຽນແປງຢ່າງວ່ອງໄວ. ຫຼາຍປະເທດໄດ້ສ້າງ ແລະ ປະຕິບັດບັນດາຍຸດທະສາດຢ່າງຮີບດ່ວນ, ນະໂຍບາຍພັດທະນາພະລັງງານຂຽວກັບວິໄສທັດໄລຍະຍາວ, ສຸມໃສ່ແຫຼ່ງກຳລັງກ່ຽວກັບມະນຸດ, ວິທະຍາສາດ, ເຕັກໂນໂລຢີ ແລະ ການເງິນມຸ່ງໄປເຖິງການພັດທະນາພື້ນຖານເສດຖະກິດ ກາກບອນໃຫ້ຢູ່ໃນລະດັບຕ່ຳ, ຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ.
        ໃນຂະນະນັ້ນ, ທີ່ກອງປະຊຸມສຳມະນາ “ຍົກສູງສະມັດຕະພາບໃນສະພາບການຫັນເປັນອຸດສາຫະກຳ”, ບັນດາຜູ້ແທນໄດ້ປຶກສາຫາລືບັນດາບັນຫາ: ຮູບແບບການເຕີບໂຕໂດຍອີງໃສ່ເງິນລົງທຶນ, ຄ່າແຮງງານຖືກ ແລະ ຂຸດຄົ້ນຊັບພະຍາກອນ, ກາລະໂອກາດ ແລະ ສິ່ງທ້າທາຍຂອງ ຫວຽດນາມ ໃຫ້ແກ່ການບຸກທະລຸສະມັດຕະພາບອີງໃສ່ການປະດິດຄິດສ້າງ ແລະ ເຕັກໂນໂລຢີໃນສະພາບການເຊື່ອມໂຍງທົ່ວໂລກຂອງການປະຕິວັດອຸດສາຫະກຳ 4.0.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top