• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສກ່ຽວກັບກາລະໂອກາດດ້ານການຄ້າແລະການລົງທຶນໃຫ້ແກ່ຫວຽດນາມ-ອົດສະຕາລີໃນ TPP


ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ - ການຄ້າ ຫວູຮູຍຮ່ວາງ
(ພາບ: Khánh Linh/Vietnam+)
 
      ວັນ​ທີ 1/2, ຢູ່​ນະຄອນ Sydney, ປະ​ເທດ​ອົດສະ​ຕາ​ລີ, ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ​ຮ່ວມ​ມື​ດ້ານອຸດສາຫະກຳ - ການ​ຄ້າ ລະຫວ່າງ ຫວຽດນາມ - ອົດ​ສະ​ຕາ​ລີ ດ້ວຍ​ຫົວ​ຂໍ້​ວ່າ “ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) -  ບັນດາ​ກາລະ​ໂອກາດ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ໃຫ​້​ແກ່​ວິ​ສາ​ຫະກິດ ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ”. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ລັດ​ຖະມົນຕີວ່າການກະຊວງ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ ຫວູຮູ​ຍຮ່ວາງ ຖື​ວ່າ: TPP ສວມ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ຂອບ​ເຂດການ​ຮ່ວມ​ມື​ດ້ານການ​ຄ້າ​ລະຫວ່າງ ອົດ​ສະ​ຕາ​ລີ ​ແລະ ຫວຽດນາມ ​ຍ້ອນ​ວ່າ TPP ຈະ​ເພີ່ມ​ເຕີມ​ໃຫ້​ສັນຍາ​ການ​ຄ້າ​ເສລີ ອາ​ຊຽນ - ອົດ​ສະ​ຕາ​ລີ - ນິວຊີ​ແລນ (AANZFTA) ທີ່ພວມ​ປະຕິບັດ, ຊ່ວຍ​ໃຫ້​ລະ​ດັບ​ເປີດ​ປະຕູ​ຕະຫຼາດ​ຂອງ 2 ປະ​ເທດ​ນີ້​ສຳລັບ​ສິນຄ້າ ຫວຽດນາມ ຈະ​ສູງ​ກ່ວາ​ອີກ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ - ກາ​ນຄ້າ ຫວູຮູ​ຍຮ່ວາງ ຫວັງ​ວ່າ: ​ເມື່ອ TPP ​ໃກ້​ຈະ​ໄດ້​ຮັບ​ການ​ລົງ​ນາມ ​ແລະ ມີ​ຜົນ​ສັກສິດ, ບັນດາ​ກາລະ​ໂອກາດ​ລົງທຶນ ​ແລະ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ແຕ່ລະ​ປະ​ເທດ​ຈະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ພິ​ເສດ​ໃນ​ຂົງ​ເຂດ​​ເຊິ່ງທັງ 2 ຝ່າຍ​ມີ​ທ່າ​ແຮງ​ຄື​ຢູ່​ອົດ​ສະ​ຕາ​ລີ​ ​ແມ່ນ​ອຸດສາຫະກຳ​ຂຸດ​ຄົ້ນ​ໂລຫະ, ນຳ້ມັນ​ອາຍ​ແກັດ, ການ​ບໍລິການ… ທ່ີ​ເວທີ​ປາ​ໄສ, ວິ​ສາ​ຫະກິດ 2 ປະ​ເທດ​ປຶກສາ​ຫາລື​ກ່ຽວ​ກັບ​ຫຼາຍ​ບັນຫາ​ເຊິ່ງທັງ 2 ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນຈາກຕ່າງປະ​ເທດ ​ແລະ ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດນາມ, ບັນດາ​ບົດຮຽນ, ກາລະ​ໂອກາດ​ລົງທຶນ ​ແລະ ທຳ​ມາ​ຫາ​ກິນ​ຢູ່ ຫວຽດນາມ ​ແລະ ອົດສະ​ຕາ​ລີ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top