• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສ “ການທ່ອງທ່ຽວກອນຕຸມ - ຄວາມສາມາດບົ່ມຊ້ອນ ແລະ ແງ່ຫວັງ”

ຄະນະຈັດຕັ້ງໄດ້ປະກາດແຜນການພັດທະນາການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຮອດປີ 2025, ວິໄສທັດຮອດປີ 2030. ເປົ້າໝາຍແມ່ນ ຮອດປີ 2025, ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຈະຕ້ອນຮັບແຂກທ່ອງທ່ຽວ ປະມານ 3,3 ລ້ານ ເທື່ອຄົນ, ລະດັບເຕີບໂຕສະເລ່ຍບັນລຸ 14% ຕໍ່ປີ.
  ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫງວຽນວັນຮຸ່ງ (ພາບ: TTXVN)  

 ຕອນເຊົ້າວັນທີ 24 ເມສາ, ຢູ່ນະຄອນ ກອນຕຸມ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊົນແຂວງ ກອນຕຸມ ຈັດ ເວທີປາໄສ “ການທ່ອງທ່ຽວ ກອນຕຸມ - ຄວາມສາມາດບົ່ມຊ້ອນ ແລະ ແງ່ຫວັງ”; ປະກາດແຜນການພັດທະນາການທ່ອງທ່ຽວເຂດສາມຫຼ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ ໄລຍະ 2022 – 2025, ວິໄສທັດຮອດປີ 2030.

ກ່າວຄຳເຫັນທີເວທີປາໄສທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫງວຽນວັນຮຸ່ງ ຢັ້ງຢືນວ່າ, ກອນຕຸມ ມີເງື່ອນໄຂຄົບຖ້ວນກ່ຽວກັບຊັບພະຍາກອນທຳມະຊາດ, ວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂັ້ມຂົ້ນໄປດ້ວຍສີສັນຊາດ, ປະກອບສ່ວນສ້າງຜະລິດຕິພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ.

ທີ່ເວທີປາໄສ, ຄະນະຈັດຕັ້ງກໍໄດ້ປະກາດແຜນການພັດທະນາການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຮອດປີ 2025, ວິໄສທັດຮອດປີ 2030. ເປົ້າໝາຍແມ່ນ ຮອດປີ 2025, ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຈະຕ້ອນຮັບແຂກທ່ອງທ່ຽວ ປະມານ 3,3 ລ້ານ ເທື່ອຄົນ, ລະດັບເຕີບໂຕສະເລ່ຍບັນລຸ 14% ຕໍ່ປີ. ກໍໃນເວທີປາໄສຄັ້ງນີ້, ລາຍການຮ່ວມມືພັດທະນາການທ່ອງທ່ຽວຂອງບັນດາແຂວງ ຝູອຽນ, ບິ່ງດິ້ງ, ກວ໋າງງາຍ, ດັກລັກ, ຢາລາຍ, ກອນຕຸມ ກໍໄດ້ລົງນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top