• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ: RCEP ຈະ​ສ້າງ​ກຳ​ລັງ​ໜູນ​ຢ່າງ​ໃຫຍ່ຫຼວງ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19

ສັນຍາ RCEP ມີຜົນສັກສິດຈະສ້າງກຳລັງໜູນຢ່າງໃຫຍ່ຫຼວງຕໍ່ຄວາມມານະພະຍາຍາມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19.
ພິທີລົງນາມໃນສັນຍາ RCEP (ພາບ: ຄະນະເລຂາອາຊຽນ)

ທ່ານ Dato Lim Jock Hoi ເລຂາທິການໃຫຍ່ ອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ບັນດາປະເທດໄດ້ໃຫ້ສັດຕະຍາບັນ ສັນຍາ ຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຢ່າງວ່ອງໄວ, ພ້ອມທັງຢັ້ງຢືນວ່າ ຂໍ້ຕົກລົງສະບັບດັ່ງກ່າວມີຜົນສັກສິດຈະສ້າງກຳລັງໜູນຢ່າງໃຫຍ່ຫຼວງຕໍ່ຄວາມມານະພະຍາຍາມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19.

        ໃນຖະແຫຼງການວັນທີ 2 ພະຈິກ, ທ່ານເລຂາທິການໃຫຍ່ ອາຊຽນ ໄດ້ເນັ້ນໜັກວ່າ: “ການໃຫ້ສັດຕະຍາບັນຢ່າງຂ້ຽວຂາດຂອງບັນດາປະເທດສະມາຊິກ RCEP ນັ້ນ ໄດ້ສະແດງໃຫ້ເຫັນຢ່າງຖືກຕ້ອງຄຳໝັ້ນສັນຍາຢ່າງແຮງສຳລັບລະບົບການຄ້າຫຼາຍຝ່າຍຢ່າງ ຍຸຕິທຳ ແລະ ເປີດເຜີຍ, ເພື່ອຜົນປະໂຫຍດຂອງປະຊາຊົນໃນພາກພື້ນ ແລະ ໃນໂລກ. ການປະຕິບັດສັນຍາ RCEP ນັບແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນໄປ ຈະສ້າງກຳລັງໜູນຢ່າງໃຫຍ່ຫຼວງຕໍ່ຄວາມມານະພະຍາຍາມຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19.”

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top