ຂ່າວສານ
ເລີ່ມລົງມືປະຕິບັດ ໂຄງການລົງທຶນອະນຸລັກຮັກສາ, ບູລະນະປະຕິສັງຂອນ, ຟື້ນຟູ ວັງກິງທຽນ
ຕອນເຊົ້າວັນທີ 29 ກັນຍາ, ຢູ່ເຂດມໍລະດົກໃຈກາງ ພາລະຊາວັງທັງລອງ ຮ່າໂນ້ຍ, ນະຄອນຮ່າໂນ້ຍໄດ້ຈັດຕັ້ງພິທີເລີ່ມລົງມືປະຕິບັດ ໂຄງການລົງທຶນອະນຸລັກຮັກສາ, ບູລະນະປະຕິສັງຂອນ, ຟື້ນຟູ ວັງກິງທຽນ. ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີ. ກ່າວຄຳເຫັນທີ່ພິທີ, ທ່ານ ຫວູດ້າຍທັງ ປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າເຂດໃຈກາງພາລະຊາວັງທັງລອງ ຮ່າໂນ້ຍໂດຍອົງການ ສປຊ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ຮັບຮອງເປັນມໍລະດົກໂລກປີ 2010. ໃນບໍລິເວນນັ້ນ, ວັງກິງທຽນແມ່ນວັງໃຫຍ່ຂອງ ພາລະຊາວັງທັງລອງ ໃນສະໄໝລາດຊະວົງເລ. ໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ແລະ ບັນດາຜູ້ແທນ ໄດ້ເຂົ້າຢ້ຽມຢາມການວາງສະແດງຄວາມເຊັດເຈນໃນການຟື້ນຟູກໍ່ສ້າງວັງກິ້ງທຽນ ແລະ ພື້ນທີ່ວັງກິ້ງທຽນ.






