• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເດີນທາງໄປຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ

      ຕອນເຊົ້າວັນທີ 20 ກໍລະກົດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ, ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ໄປຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ. 

ພາບປະກອບ
      ການຢ້ຽມຢາມ ກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ປະຕິບັດຕາມຄຳເຊື້ອເຊີນຂອງພະບາດສົມເດັດພະມະຫາກະສັດ ກຳປູເຈຍ ໂນໂຣດົມ ສີຫະມູນີ. ໃນການຢ້ຽມຢາມຄັ້ງນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເຂົ້າຢ້ຽມຂ່ຳນັບກັບພະບາດສົມເດັດພະມະຫາກະສັດ ໂນໂຣດົມ ສີຫະມູນີ, ຢ້ຽມຢາມພະມານດາ Norodom Monineat Sihannouk, ຢ້ຽມຢາມພະສັງຄະລາດ ເທບວົງ  ແລະ  ພະສັງຄະລາດ ບົວກະຣີ, ເຈລະຈາກັບປະທານສະພາສູງ ສົມເດັກ ໄຊຈູມ ແລະ ປະທານສະພາແຫ່ງຊາດ ສົມເດັກ ແຮງ ຊຳຣີນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ມີການພົບປະທາງການກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັກ ຮູນແຊນ. ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານສະພາສູງ ສົມເດັກ ໄຊຈູມ ຈະເປັນປະທານຮ່ວມພິທີເປີດສະຫຼອງອະນຸສາວາລີ ມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Preah Sihanouk.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top