• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ກຳ​ລັງ​ຄຸ້ມ​ຄອງ, ປ​້ອງ​ກັນ​ຊາຍ​ແດນ ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຮຽກຮ້ອງໃຫ້ພະນັກງານ, ຄູສອນ, ນັກສຳມະນາກອນ ຈຳນວນ 460 ຄົນ ໄປຝຶກງານ ແລະ ເພີ່ມທະວີການເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ແນວໜ້າຊາຍແດນ ຕາມເນື້ອໃນຈິດໃຈ “ຕ້ານໂລກລະບາດ ຄືຕ້ານສັດຕູ” ຂອງນາຍົກລັດຖະມົນຕີ; “ທັງໝົດເພື່ອໃຫ້ປະຊາຊົນໄດ້ຕ້ອນຮັບບຸນປີໃໝ່, ຕ້ອນຮັບລະດູບານໃໝຢ່າງເບີກບານມ່ວນຊື່ນ ແລະ ປອດໄພ” ຂອງ ກອງບັນຊາການທະຫານປ້ອງກັນຊາຍແດນ. 
(ພາບປະກອບ: TTXVN)

ວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ຈັດຕັ້ງການມອບໜ້າທີ່ໃຫ້ແກ່ພະນັກງານ, ສຳມະນາກອນ ໄປຝຶກງານ ແລະ ເພີ່ມທະວີການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ກອງທະຫານປ້ອງກັນຊາຍແດນ ບັນດາແຂວງ ລ້າງເຊີນ, ກາວບັ່ງ, ເຕີຍນິງ, ລອງອານ ແລະ ອານຢາງ. ທ່ານພົນຈັດຕະວາ ເລດຶກຖ໊າຍ, ຫົວໜ້າຂອງບັນຊາການທະຫານປ້ອງກັນຊາຍແດນ, ຮຽກຮ້ອງໃຫ້ພະນັກງານ, ຄູສອນ, ນັກສຳມະນາກອນ ຈຳນວນ 460 ຄົນ ໄປຝຶກງານ ແລະ ເພີ່ມທະວີການເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ແນວໜ້າຊາຍແດນ ຕາມເນື້ອໃນຈິດໃຈ “ຕ້ານໂລກລະບາດ ຄືຕ້ານສັດຕູ” ຂອງນາຍົກລັດຖະມົນຕີ; “ທັງໝົດເພື່ອໃຫ້ປະຊາຊົນໄດ້ຕ້ອນຮັບບຸນປີໃໝ່, ຕ້ອນຮັບລະດູບານໃໝຢ່າງເບີກບານມ່ວນຊື່ນ ແລະ ປອດໄພ” ຂອງ ກອງບັນຊາການທະຫານປ້ອງກັນຊາຍແດນ. ພະນັກງານ, ຄູສອນ, ນັກສຳມະນາກອນ ແຕ່ລະຄົນ ຕ້ອງກຳນົດໜ້າທີ່ຄວາມຮັບຜິດຊອບ ຄຸ້ມຄອງ, ປ້ອງກັນອະທິປະໄຕ, ຜືນແຜ່ນດິນ, ຄວາມໝັ້ນຄົງຂອງຊາຍແດນແຫ່ງຊາດ ແລະ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ, ຖືນີ້ແມ່ນໜ້າທີ່ຈຸດສຸມແຖວໜ້າ, ໜ້າທີ່ຕໍ່ສູ້ໃນຍຸກສັນຕິພາບປັດຈຸບັນ.
(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top