ຂ່າວສານ
ເພີ່ມທະວີການຮ່ວມມືລັດຖະສະພາຢ່າງແທ້ຈິງ, ມີປະສິດທິຜົນລະຫວ່າງ ຫວຽດນາມ ກັບລາວ ແລະ ກຳປູເຈຍ
ເນື່ອງໃນໂອກາດເຂົ້າຮ່ວມການໂອ້ລົມສົນທະນາຄັ້ງທີ 15 ລະຫວ່າງການນຳບັນດາປະເທດ ອາຊຽນ ກັບສະມັດຊາໃຫຍ່ ລັດຖະສະພາ ອາຊຽນ (AIPA), ວັນທີ 14 ພະຈິກ, ຢູ່ມານີລາ, ຟີລິບປິນ, ທ່ານພົນໂທຫງວຽນຢວານແອັງ ຮອງປະທານສະພາແຫ່ງຊາດໄດ້ພົບປະກັບທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ລາວ ແລະ ທ່ານ Cheam Yeap ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ກຳປູເຈຍ.
ທີ່ການພົບປະລະຫວ່າງທ່ານ ຫງວຽນຢວານແອັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ກັບຄູຮ່ວມຕຳແໜ່ງລາວ ທ່ານນາງ ສູນທອນ ໄຊຍະຈັກ, ສອງຝ່າຍເຫັນດີເປັນເອກະພາບເສີມຂະຫຍາຍການຮ່ວມມືລະຫວ່າງກຳມາທິການ, ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ, ກຸ່ມສະມາຊິກສະພາແຫ່ງຊາດຍິງ ແລະ ສະພາປະຊາຊົນບັນດາທ້ອງຖິ່ນ; ຍູ້ແຮງການແບ່ງປັນບົດຮຽນປະສົບການກ່ຽວກັບການສ້າງລະບອບລະບຽບການໃຫ້ສົມບູນແບບ, ຈັດຕັ້ງອຳນາດການປົກຄອງ, ການຫັນເປັນດີຈີຕອນ ລັດຖະສະພາ; ປະສານສົມທົບຕິດຕາມບັນດາໂຄງການຮ່ວມມືຈຸດສຸມ. ສອງຝ່າຍຢັ້ງຢືນສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ AIPA, ສະຫະພັນ ລັດຖະສະພາ ໂລກ (IPU), ເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF) ແລະ ສະພາລະຫວ່າງລັດຖະສະພາຝລັ່ງໂກໂຟນີ (APF).
ຢູ່ການພົບປະລະຫວ່າງທ່ານ ຫງວຽນຢວານແອັງ ຮອງປະທານສະພາແຫ່ງຊາດ ແລະ ທ່ານ Cheam Yeap ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ກຳປູເຈຍ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ AIPA, IPU, ປະກອບສ່ວນປັບປຸງຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງ ອາຊຽນ; ລົງນາມຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດໂດຍໄວໃນໄລຍະຈະມາເຖິງ.






