ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).
  ທ່ານ ຫງວຽນ ຢວານ ແອງ ຮອງປະທານສະພາແຫ່ງຊາດ (ຜູ້ທີສອງຈາກຂວາ) ໃນລະຫວ່າງການພົບປະກັບສະມາຊິກສະພາແຫ່ງຊາດລາວ. (ພາບ: VNA)  

ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ຄັ້ງ​ທີ 15 ລະ​ຫວ່າງ​ການ​ນຳ​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ​ສະ​ມັດ​ຊາ​ໃຫຍ່ ລັດ​ຖະ​ສະ​ພາ ອາ​ຊຽນ (AIPA), ວັນ​ທີ 14 ພະ​ຈິກ, ຢູ່​ມາ​ນີ​ລາ, ຟີ​ລິບ​ປິນ, ທ່ານພົນໂທຫງວຽນ​ຢ​ວານ​ແອັງ ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດໄດ້​ພົບ​ປະ​ກັບ​ທ່ານ​ນາງ ສູນ​ທອນ ໄຊ​ຍະ​ຈັກ ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ແລະ ທ່ານ Cheam Yeap ຮອງ​ປະ​ທານ​ຜູ້​ທີ​ໜຶ່ງ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ.

ທີ່​ການ​ພົບ​ປະ​ລະ​ຫວ່າງ​ທ່ານ ຫງວຽນ​ຢ​ວານ​ແອັງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກັບ​ຄູ​ຮ່ວມ​ຕຳ​ແໜ່ງລາວ ທ່ານນາງ ສູນ​ທອນ ໄຊ​ຍະ​ຈັກ, ​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ລະ​ຫວ່າງ​ກຳ​ມາ​ທິ​ການ, ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໜຸ່ມ, ກຸ່ມ​ສະ​ມາ​ຊິກ​ສະ​ພ​າ​ແຫ່ງ​ຊາດ​ຍິງ ແລະ ສະ​ພາ​ປະ​ຊາ​ຊົນ​ບັນ​ດາ​ທ້ອງ​ຖິ່ນ; ຍູ້​ແຮງ​ການ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ຈັດ​ຕັ້ງ​ອຳ​ນ​າດ​ການ​ປົກ​ຄອງ, ການ​ຫັນ​ເປັນ​ດີ​ຈີ​ຕອນ ລັດ​ຖະ​ສະ​ພາ; ປະ​ສານ​ສົມ​ທົບ​ຕິດ​ຕາມ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ຈຸດ​ສຸມ. ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

ຢູ່​ການ​ພົບ​ປະ​ລະ​ຫວ່າງທ່ານ ຫງວຽນ​ຢ​ວານ​ແອັງ ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ທ່າ​ນ Cheam Yeap ຮອງ​ປະ​ທານ​ຜູ້​ທີ​ໜຶ່ງ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, IPU, ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ; ລົງ​ນາມ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ສອງ​ສະ​ພາ​ແຫ່ງ​ຊາດ​ໂດຍ​ໄວ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.


top