• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິ​ດ​ຕະ​ພາບ, ການ​ຮ່ວມ​ມື ຫວຽດ​ນາມ ລາວ ກຳ​ປູ​ເຈຍ

ທ່ານດ່​ວານ​ມິງ​ຮວນ ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ ເນັ້ນ​ໜັກ​ວ່າ​ເລື່ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ຮ່ຳ​ຮຽນ ແລະ ການ​ແລກ​ປ່ຽນ​ລະ​ຫວ່າງ​ພະ​ນັກ​ງາ​ນ​ໜຸ່ມ​ສາມ​ປະ​ເທດ​ມີ​ຄວາມ​ໝາຍ​ຍາວ​ນານ​ຕໍ່​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ
ການ​ຕ້ອນ​ຮັບ (ພາບ: VNA)
ຕອນ​ບ່າຍ​ວັນ​ທີ 22 ສິ​ງ​ຫາ,ຢູ່​ຮ່າ​ໂນ້ຍ, ທ່ານ ດ່​ວານ​ມິງ​ຮວນ ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ ໄດ້​ໃຫ້​ກ​ານ​ຕ້ອນ​ຮັບ​ຄະ​ນະ​ການ​ນຳ​ໜຸ່ມ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ພັກ​ປ​ະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ລາຍ​ການ​ບຳ​ລຸງ​ສ້າງ​ການ​ນຳ​ສາມ​ພັກ​ຄັ້ງ​ທີ 4 ທີ່​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ທີ່​ການ​ຕ້ອນ​ຮັບ, ທ່ານດ​ວ່ານ​ມິງ​ຮວນ ປາດ​ຖະ​ໜາ​ຢາກ​ພະ​ນັກ​ງານ​ໜຸ່ມ​ສາມ​ປະ​ເທດ ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄວາມ​ຮູ້, ປະ​ຮຽນ​ປະ​ສົບ​ການ​ທີ່​ເກັບ​ມາດ​ໄດ້​ຈາກ​ໂຄງ​ການ, ໝູນ​ໃຊ້​ເຂົ້າ​ວຽກ​ງານ​ຕົວ​ຈິງ​ຂອງ​ແຕ່​ລະ​ປະ​ເທດ; ພ້ອມ​ທັງ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ສຳ​ຄັນ, ປະ​ກອບ​ສ່ວນ​ເພີ່ມ​ຄວາມ​ເຂົ້າ​ໃຈ, ປັ​ບ​ປຸງ​ນ້ຳ​ໃຈ​ສາ​ມັກ​ຄີ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານດ່​ວານ​ມິງ​ຮວນ ເນັ້ນ​ໜັກ​ວ່າ​ເລື່ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ຮ່ຳ​ຮຽນ ແລະ ການ​ແລກ​ປ່ຽນ​ລະ​ຫວ່າງ​ພະ​ນັກ​ງາ​ນ​ໜຸ່ມ​ສາມ​ປະ​ເທດ​ມີ​ຄວາມ​ໝາຍ​ຍາວ​ນານ​ຕໍ່​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ, ທ່ານ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ຈະ​ສືບ​ຕໍ່​ສວມ​ບົດ​ບາດ​ຢ່າ​ງ​ຕັ້ງ​ໜ້າ​ເຂົ້າ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ ແລະ ກາຍ​ເປັນ​ກຳ​ລັງຫຼັກ​ແຫຼ່ງ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ, ຮ່ວມ​ມື ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

(ແຫຼ່ງຄັດຈາກ VOV)

ກຳ​ນົດ​ຢ່າງ​ຈະ​ແຈ້ງ​ກົນ​ໄກ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ຜ່ານ​ແອບ​ດີ​ຈີ​ຕອນ, ເຊື່ອມ​ຕໍ່​ຂໍ້​ມູນ

ກຳ​ນົດ​ຢ່າງ​ຈະ​ແຈ້ງ​ກົນ​ໄກ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ຜ່ານ​ແອບ​ດີ​ຈີ​ຕອນ, ເຊື່ອມ​ຕໍ່​ຂໍ້​ມູນ

ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ນະ​ໂຍ​ບາຍ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ

Top