• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມພູນຄູນສ້າງໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ ເລິກເຊິ່ງຂຶ້ນຕື່ມໃນໄລຍະເກີດໂລກລະບາດ

      ອາຊຽນ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ລັດເຊຍ.
ກອງປະຊຸມຄັ້ງທີ 19 ຂອງຄະນະກຳມະການຮ່ວມມືລວມ ອາຊຽນ - ລັດເຊຍ (ARJCC) ຖືກຈັດຂຶ້ນຜ່ານທາງອອນລາຍ (ພາບ: VOV)
      ໃນກອງປະຊຸມຄັ້ງທີ 19 ຂອງຄະນະກຳມະການຮ່ວມມືລວມ ອາຊຽນ - ລັດເຊຍ (ARJCC) ທີ່ຖືກຈັດຂຶ້ນຜ່ານທາງອອນລາຍ, ຜູ້ຕາງໜ້າສະຫະພັນ ລັດເຊຍ ຢັ້ງຢືນວ່າ ອາຊຽນ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ລັດເຊຍ, ພ້ອມທັງເນັ້ນໜັກເຖິງເລື່ອງສະໜັບສະໜູນການສ້າງປະຊາຄົມ ອາຊຽນ ແລະ ເພີ່ມທະວີບົດບາດເປັນໃຈກາງໃນໂຄງສ້າງຂອງພາກພື້ນ, ຮ່ວມມືໜູນຊ່ວຍການຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ, ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ ແລະ ຮັດແຄບໄລຍະຫ່າງໃນການພັດທະນາ, ຕັ້ງໜ້າເຂົ້າຮ່ວມບັນດາກົນໄກ ໂດຍ ອາຊຽນ ນຳພາ, ຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງໃນພາກພື້ນ.
        ສອງຝ່າຍຢັ້ງຢືນວ່າ ຕ້ອງເພີ່ມທະວີການສົມທົບກັນໃຫ້ແໜ້ນແຟ້ນເພື່ອຮັບມືກັບໂລກລະບາດໂຄວິດ - 19 ໃຫ້ມີປະສິດທິຜົນ ແລະ ຊຸກຍູ້ການຟື້ນຟູຢ່າງຮອບດ້ານ ແລະ ຍືນຍົງ. ສອງຝ່າຍເຫັນດີສືບຕໍ່ເພີ່ມພູນຄູນສ້າງໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ອາຊຽນ - ລັດເຊຍ ເລິກເຊິ່ງຂຶ້ນຕື່ມ, ເອົາໃຈໃສ່ເປັນພິເສດເຖິງບັນດາຂົງເຂດ ເຊິ່ງສອງຝ່າຍ ລ້ວນແຕ່ມີຄວາມສົນໃຈ, ໂດຍສະເພາະແມ່ນໃນບັນດາຂົງເຂດ ເຊິ່ງ ລັດເຊຍ ມີທ່າແຮງ ແລະ ອາຊຽນ ມີບຸລິມະສິດ. ໃນຕໍ່ໜ້າ, ສອງຝ່າຍຈະຍູ້ໄວ ແລະ ສ້າງແຜນການດຳເນີນງານຮອບດ້ານ ອາຊຽນ - ລັດເຊຍ 2021 – 2025 ໃຫ້ສຳເລັດໂດຍໄວ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄົບຮອບ  30 ປີ ແລະ ວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ - ລັດເຊຍ ຄົບຮອບ 25 ປິ (1996 – 2021).
 (ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top