• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມພູນຄູນສ້າງສາຍພົວພັນສາມັກຄີ, ມິດຕະພາບ ນາມດິ້ງ - ອຸດົມໄຊ

ທ່ານປະທານຄະນະກຳມະການປະຊາຊົນແຂວງ ນາມດິ້ງ ຟ້າມດິ່ງງີ້, ເນັ້ນໜັກວ່າ, ທາງແຂວງ ຈະສືບຕໍ່ໜູນຊ່ວຍທຶນການສຶກສາຮ່ຳຮຽນພາສາ ຫວຽດ ໃຫ້ບັນດານັກສຶກສາແຂວງ ອຸດົມໄຊ ມາຮ່ຳຮຽນຢູ່ແຂວງ ນາມດິ້ງ.
ພິທີມອບຫຽນໄຊ, ຫຼຽນກາມິດຕະພາບຂອງປະເທດ ສປປ.ລາວ ໃຫ້ແກ່ບັນດາການນຳ, ອະດີດການນຳແຂວງ ນາມດິ້ງ (ພາບ: TTXVN)

ວັນທີ 18 ມີນາ, ແຂວງ ນາມດິ້ງ ໄດ້ຈັດພິທີມອບຫຽນໄຊ, ຫຼຽນກາມິດຕະພາບຂອງປະເທດ ສປປ.ລາວ ໃຫ້ແກ່ບັນດາການນຳ, ອະດີດການນຳແຂວງ ນາມດິ້ງ ຜ່ານໄລຍະຕ່າງໆ ແລະ ກອງປະຊຸມເຮັດວຽກກັບຄະນະຜູ້ແທນແຂວງ ອຸດົມໄຊ ໂດຍທ່ານເລຂາຄະນະພັກແຂວງ, ເຈົ້າແຂວງໆ ອຸດົມໄຊ ບຸນຄົງ ຫຼ້າຈຽມພອນ, ເປັນຫົວໜ້າຄະນະ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາຄະນະພັກແຂວງໆ ນາມດິ້ງ ຟ້າມຢາຕຸກ, ຢືນຢັນວ່າ, ບັນດາຂອງຂວັນອັນລ້ຳຄ່າເຊິ່ງພັກ, ລັດ ສປປ.ລາວ ມອບໃຫ້ບັນດາໝູ່ຄະນະ, ສ່ວນບຸກຄົນຂອງແຂວງ ແມ່ນການຮັບຮູ້ຜົນງານການຮ່ວມມືທີ່ບັນລຸປະສິດທິຜົນ, ການຮຽງບ່າຮຽງໄຫຼ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດສ້າງສາ, ພັດທະນາຂອງ 2 ປະເທດ, 2 ແຂວງ ນາມດິ້ງ - ອຸດົມໄຊ.

ທີ່ການເຮັດວຽກ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ນາມດິ້ງ ຟ້າມດິ່ງງີ້, ເນັ້ນໜັກວ່າ, ທາງແຂວງ ຈະສືບຕໍ່ໜູນຊ່ວຍທຶນການສຶກສາຮ່ຳຮຽນພາສາ ຫວຽດ ໃຫ້ບັນດານັກສຶກສາແຂວງ ອຸດົມໄຊ ມາຮ່ຳຮຽນຢູ່ແຂວງ ນາມດິ້ງ. ສ່ວນທ່ານ ບຸນຄົງ ຫຼ້າຈຽມພອນ ປາດຖະໜາວ່າ, ສາຍພົວພັນສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ແຂວງຈະສືບຕໍ່ໄດ້ຮັບການປັບປຸງ, ຮັດແໜ້ນກວ່າເກົ່າໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນໃນຂົງເຂດກະສິກຳ.

(ແຫຼ່ງຄັດຈາກ VOV)

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ ເສດ​ຖະ​ກິດສີ​ເງິນ

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ “ເສດ​ຖະ​ກິດສີ​ເງິນ”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງຈຸດສຸມໃນການກະທຳພັດທະນາ “ເສດຖະກິດສີເງິນ”.

Top