
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ (ພາບ: TTXVN)
ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງບົດບາດພື້ນຖານຂອງອຳນາດນິຕິບັນຍັດໃນການຮັກສາສັນຕິພາບສະຖຽນລະພາບ, ຊຸກຍູ້ການພັດທະນາແບບຍືນຍົງ ແລະ ປົກປັກຮັກສາສິດທິມະນຸດ; ອຳນາດນິຕິບັນຍັດລະດັບຊາດ ແລະ ສາກົນມີສ່ວນກ່ຽວຂ້ອງຢ່າງແໜ້ນແຟ້ນເຖິງການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ. ເລື່ອງຊຸກຍູ້ອຳນາດນິຕິບັນຍັດ ຕ້ອງອີງໃສ່ບັນດາຫຼັກການພື້ນຖານຂອງກົດບັດ ສປຊ ແລະ ກົດໝາຍສາກົນ, ເປັນຕົ້ນແມ່ນຫຼັກການສະເໝີພາບອະທິປະໄຕ, ເຄົາລົບອະທິປະໄຕ, ເອກະລາດດ້ານການເມືອງ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕ່າງໆ, ບໍ່ແຊກແຊງເຂົ້າວຽກງານພາຍໃນ ແລະ ແກ້ໄຂບັນດາການຂັດແຍ້ງກັນດ້ວຍສັນຕິວິທີ. ທ່ານນາງເອກອັກຄະລັດຖະທູດກໍ່ຊີ້ແຈ້ງວ່າ ຫວຽດນາມ ພວມພ້ອມກັບບັນດາປະເທດ ອາຊຽນ ມານະພະຍາຍາມສ້າງ ອາຊີຕາເວັນອອກສ່ຽງໃຕ້ ກາຍເປັນພາກພື້ນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.
(ແຫຼ່ງຄັດຈາກ VOV)