• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ສົ່ງອອກສິນຄ້າໄປຍັງ ລາວ

      ຫ້ອງການຜູ້ຕາງໜ້າດ້ານການຄ້າ ຫວຽດນາມ ປະຈຳ ລາວ ກໍ່ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ລາວ ເຮັດວຽກກັບບັນດາພະແນກອຸດສາຫະກຳ ແລະ ການຄ້າ, ຫ້ອງການອຸດສາຫະກຳ ແລະ ການຄ້າບັນດາແຂວງຂອງ ລາວ ປຶກສາຫາລືກົນໄກຮ່ວມມືເຊື່ອມຕໍ່ຂໍ້ມູນຂ່າວສານ, ໜູນຊ່ວຍວິສາຫະກິດ.

(ພາບປະກອບ / TTXVN)
      ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ສົ່ງອອກສິນຄ້າໄປຍັງ ລາວ, ວັນທີ 04 ກັນຍາ, ທ່ານນາງ ເລທິເຟືອງຮວາ ທີ່ປຶກສາດ້ານການຄ້າສະຖານທູດ ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ອົງການຕາງໜ້າດ້ານການຄ້າ ຫວຽດນາມ ປະຈຳ ລາວ ໄດ້ສ້າງບັນຊີລາຍຊື່ປະຈຳໄລຍະໃຫ້ບັນດາວິສາຫະກິດ ຫວຽດນາມ ທີ່ຢາກນຳສິນຄ້າໄປຍັງ ລາວ ສົ່ງເຖິງອົງການຮັບຜິດຊອບຂອງລາວ ເພື່ອແຈ້ງໃຫ້ບັນດາວິສາຫະກິດຢູ່ ລາວ ໃຫ້ມີຄວາມຕ້ອງການ; ພ້ອມກັນນັ້ນ ກໍ່ພ້ອມກັບວິສາຫະກິດແກ້ໄຂບັນດາຄວາມຫຍຸ້ງຍາກໃນການຂົນສົ່ງສິນຄ້າລະຫວ່າງ 2 ປະເທດ. ອົງການຕາງໜ້າດ້ານການຄ້າ ຫວຽດນາມ ປະຈຳ ລາວ ກໍ່ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ລາວ ເຮັດວຽກກັບບັນດາພະແນກອຸດສາຫະກຳ ແລະ ການຄ້າ, ຫ້ອງການອຸດສາຫະກຳ ແລະ ການຄ້າບັນດາແຂວງຂອງ ລາວ ປຶກສາຫາລືກົນໄກຮ່ວມມືເຊື່ອມຕໍ່ຂໍ້ມູນຂ່າວສານ, ໜູນຊ່ວຍວິສາຫະກິດ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top