• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການແລກປ່ຽນປະສົບການໃນວຽກງານການກວດກາລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະ ລາວ

ສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານກວດກາ; ເຮັດແຈ້ງບັນດາບັນຫາ ກ່ຽວກັບການຕ້ອນຮັບປະຊາຊົນ...

ການເຮັດວຽກລະຫວ່າງຄະນະພະນັກງານກວດກາລັດຖະບານລາວ  ແລະ ພະແນກກວດກາ ແຂວງກາວບັງ, ຫວຽດນາມ (ພາບ: caobang.gov.vn)

ວັນທີ 03 ທັນວາ, ຄະນະພະນັກງານກວດກາລັດຖະບານລາວ ໂດຍທ່ານ ຄໍາພັນ ລີພຸງ ຮອງຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາລາວ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບ ພະແນກກວດກາແຂວງກາວບັງ ຂອງຫວຽດນາມ ເພື່ອແລກປ່ຽນບົດຮຽນ ກ່ຽວກັບວຽກງານກວດກາ, ແກ້ໄຂຄໍາຮ້ອງທຸກຮ້ອງຟ້ອງ ແລະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.

        ສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານກວດກາ; ເຮັດແຈ້ງບັນດາບັນຫາ ກ່ຽວກັບການຕ້ອນຮັບປະຊາຊົນ, ແກ້ໄຂຄໍາຮ້ອງທຸກຮ້ອງຟ້ອງຂອງພົນລະເມືອງ; ໂຄສະນາເຜີຍແຜ່ກົດໝາຍສູ່ປະຊາຊົນ, ຖັນແຖວພະນັກງານ, ລັດຖະກອນ, ພາລະກອນ... ຜ່ານນັ້ນ, ປະກອບສ່ວນນໍາການຮ່ວມມືກ່ຽວກັບວຽກງານກວດກາ ລະຫວ່າງ ອົງການກວດກາລັດຖະບານສອງປະເທດ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແທດຈິງ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top