• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນລະຫວ່າງຫວຽດນາມ-ຍີ່ປຸ່ນ

ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຍີ່ປຸ່ນພັດທະນາຢ່າງແຮງ, ຮອບດ້ານ, ແທດຈິງໃນໄລຍະຜ່ານມາ, ໃນນັ້ນມີການພົວພັນລະຫວ່າງທ້ອງຖິ່ນຂອງ 2 ປະເທດ.


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຕ້ອນຮັບທ່ານ Yamamoto Ichita

(ພາບ: VGP)


ວັນທີ 05 ພະຈິກ, ທີ່ການຕ້ອນຮັບທ່ານ Yamamoto Ichita, ຜູ້ທີ່ຫາກໍ່ໄດ້ຮັບການເລືອກຕັ້ງເປັນຜູ້ວ່າການແຂວງ Gunma, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຍີ່ປຸ່ນພັດທະນາຢ່າງແຮງ, ຮອບດ້ານ, ແທດຈິງໃນໄລຍະຜ່ານມາ, ໃນນັ້ນມີການພົວພັນລະຫວ່າງທ້ອງຖິ່ນຂອງ 2 ປະເທດ.

        ຢືນຢັນເລື່ອງຫວຽດນາມ ຖືເປັນສຳຄັນການພົວພັນກັບຍີ່ປຸ່ນ - ຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ, ສຳຄັນແຖວໜ້າ ແລະ ຍາວນານ, ແບ່ງປັນຜົນປະໂຫຍດທາງດ້ານຍຸດທະສາດລວມຫຼາຍຢ່າງ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ທ່ານຜູ້ວ່າການແຂວງ Gunma ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອຮັບນັກສຶກສາ, ນັກຝຶກງານ ແລະ ຄົນງານຫວຽດນາມ ໄປເຮັດວຽກ, ດຳລົງຊີວິດຢູ່ທ້ອງຖິ່ນໃຫ້ຫຼາຍກວ່ານີ້ຕື່ມອີກ; ພ້ອມທັງສົ່ງເສີມບັນດາວິສາຫະກິດຂອງແຂວງ ເພີ່ມທະວີການລົງທຶນຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top