• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດ​ນຳ​ໃຊ້​ປະ​ຕູ​ຖານ​ເປີດ​ເຜີຍ​ງົບ​ປະ​ມານ​ແຫ່ງ​ລັດ - ບ້າດ​ກ້າວ​ໃຫຍ່​ໃນ​ທາງ​ດ້ານ​ຄວາມໂປ​່ງ​ໃສ​ງົ​ບ​ປະ​ມານ​ຂອງ ​ຫວຽດ​ນາມ

ປະຕູຖານດັ່ງກ່າວຈະແມ່ນເຄື່ອງມືຕິດຕາມກວດກາວິວັດການປະຕິບັດວຽກງານຢ່າງເປີດເຜີຍຂອງບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ.

ພິທີເປີດນຳໃຊ້ປະຕູຖານເປີດເຜີຍງົບປະມານແຫ່ງລັດ - ບ້າດກ້າວໃຫຍ່ໃນທາງດ້ານຄວາມໂປ່ງໃສງົບປະມານຂອງຫວຽດນາມ (ພາບ: VGP)

ຕອນເຊົ້າວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການເງິນໄດ້ເປີດນຳໃຊ້ປະຕູຖານເປີດເຜີຍງົບປະມານແຫ່ງລັດໃນເວັບໄຊ http://ckns.mof.vn/. ນີ້ແມ່ນບາດກ້າວໃຫຍ່ທາງດ້ານຄວາມໂປ່ງໃສງົບປະມານຂອງຫວຽດນາມ. ທ່ານ ດິງຕຽນຢຸງ ລັດຖະມົນຕີກະຊວງການເງິນ ຫວຽດນາມ ເນັ້ນໜັກວ່າ:

ການສ້າງ ແລະ ເປີດນຳໃຊ້ປະຕູຖານເປີດເຜີຍງົບປະມານແຫ່ງລັດຢ່າງເປັນທາງການ ມີຄວາມໝາຍສຳຄັນທີ່ສຸດ ໃນການປະຕິບັດວຽກງານຢ່າງເປີດເຜີຍ, ໂປ່ງໄສ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ, ວິສາຫະກິດ, ບັນດານັກຄົ້ນຄ້ວາ, ບັນດາອົງການທັງຢູ່ພາຍໃນ ແລະ ຕ່າງປະເທດ ກວດ,ຊອກຮູ້, ຂຸດຄົ້ນຂໍ້ມູນຂ່າວສານ, ຊ່ວຍເພີ່ມທະວີການເຄື່ອນໄຫວຕິດຕາມກວດກາງົບປະມານແຫ່ງລັດຂອງປະຊາຊົນ, ຍົກສູງຄວາມຮັບຜິດຊອບໃນການອະທິບາຍກ່ຽວກັບການບໍລິຫານ, ນຳໃຊ້ງົບປະມານແຫ່ງລັດ.

ປະຕູຖານດັ່ງກ່າວຈະແມ່ນເຄື່ອງມືຕິດຕາມກວດກາວິວັດການປະຕິບັດວຽກງານຢ່າງເປີດເຜີຍຂອງບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top